Header Ads

ປກສ ເມືອງສິງ ທໍາລາຍສວນຝິ່ນ ໃນຂອບເຂດ 2 ບ້ານ ລວມເນື້ອທີ່ 3.000 ກວ່າຕາແມັດ



ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຢູ່ບ້ານພູດອນທັນ ແລະ ບ້ານນ້ຳມາຍ ເມືອງສິງ ຈໍານວນ 3.000 ກວ່າຕາແມັດ, ພາຍໃຕ້ການນຳພາໂດຍ ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສິງ, ມີ ປກສ ກຸ່ມບ້ານອຸດົມສິນ, ອຳນາດການປົກຄອງ 2 ບ້ານ ແລະ ປກຊ-ປກສ ເຂົ້າຮ່ວມ.


ຮອ ຖາວອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ:ໂດຍການປະຕິວັດຄຳສັ່ງຂອງທ່ານເຈົ້າແຂວງ ເລກທີ 01/ຈຂ ວ່າດ້ວຍ ການກວດກາ, ຄວບຄຸມ ແລະ ສະກັດກັ້ນການປູກຝິ່ນ, ສູບຝິ່ນຄືນໃໝ່ ແລະ ການລັກລອບຊື້-ຂາຍຢາເສບຕິດທຸກປະເພດ.ຜ່ານການກວດກາສວນຝິ່ນຂອງປະຊາຊົນ ໃນຂອບເຂດເມືອງ ແມ່ນພົບເຫັນປະຊາຊົນບ້ານພູດອນທັນ ລັກລອບປູກຝິ່ນ 15 ຄອບຄົວ, ມີເນື້ອທີ 2 ເຮັກຕາ ກັບ 181 ຕາແມັດ ແລະ ບ້ານນໍ້າມາຍ ຈຳນວນ 2 ຄອບຄົວ, ມີເນື້ອທີ່ທັງໝົດ 881 ຕາແມັດ ລວມເນື້ອທີ່ທັງໝົດ 3.070 ຕາແມັດ.ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໄປທໍາລາຍດ້ວຍການຖາງ ແລະ ຫຼົກ ເພື່ອບໍໃຫ້ຕົ້ນຝິ່ນເຕີບໃຫຍ່ໄດ້ອີກ.


ໃນການລົງທຳລາຍສວນຝິ່ນຄັ້ງນີ້, ເຈົ້າໜ້າທີ່ ໄດ້ສຶກສາອົບຮົມກ່າວເຕືອນ ຜູ້ທີ່ເປັນເຈົ້າຂອງສວນຝິ່ນ ພ້ອມເຊັ່ນບົດບັນທຶກໃຫ້ຢຸດເຊົາ ແລະ ອະທິບາຍໃຫ້ຮູ້ເຖິງຜົນຮ້າຍຂອງຝິ່ນ, ໃຫ້ຮູ້ເຖິງຄວາມຜິດ ເພື່ອບໍ່ໃຫ້ມີການລັກລອບປູກຝິ່ນຕື່ມອີກ. ພາບ-ຂ່າວ: ນສພ ຄວາມສະຫງົບ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.