Header Ads

ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດທາງຖະໜົນ 56 ຄົນໃນປີຜ່ານມາ ຢູ່ແຂວງຫຼວງພະບາງ



ອີງຕາມການລາຍງານຂອງ ນສພ ຄວາມສະຫງົບ ລະບຸວ່າ: ຜູ້ໃຊ້ລົດ-ໃຊ້ຖະໜົນພາຍໃນແຂວງຫຼວງຫຼວງພະບາງ ຍັງລະເມີດກົດລະບຽບຈະລາຈອນທີ່ວາງອອກ ເປັນຕົ້ນແມ່ນດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດໄວ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນທີ່ວາງອອກ ເຮັດໃຫ້ມີອຸບັດຕິເຫດເກີດຕາມທ້ອງຖະໜົນເກີດຂຶ້ນ 300 ກວ່າຄັ້ງ ແລະ ມີຄົນເສຍຊີວິດ 56 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາ, ຈະລາຈອນແຂວງໄດ້ສຸມໃສ່ໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນພາຍໃນແຂວງ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ເຮັດໜ້າທີ່ອໍານວຍຄວາມສະດວກສະບາຍໃຫ້ແກ່ນັກທ່ອງ ທ່ຽວ ແລະ ຜູ້ສັນຈອນໄປ-ມາພາຍໃນແຂວງ ໄດ້ເປັນຢ່າງດີ ພ້ອມນັ້ນກໍເຄື່ອນໄຫວໂຄສະນາ ປູກຈິດສໍານຶກໃຫ້ນັກຮຽນ-ນັກສຶກສາ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນໃນທຸກຊັ້ນຄົນໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການທີ່ວາງອອກ. ເຖິງຢ່າງໃດກໍຍັງມີຜູ້ຂັບຂີ່ຍັງລະເມີດກົດລະບຽບຈະລາຈອນທີ່ວາງອອກ ເປັນຕົ້ນແມ່ນດື່ມສິ່ງມຶນເມົາ, ອາຍຸບໍ່ເຖິງກະສຽນ, ບໍ່ມີໃບຂັບຂີ່ ແລະ ອື່ນໆ ທີ່ເປັນສາເຫດພາໃຫ້ເກີດອຸບັດຕິເຫດ ພາຍໃນແຂວງ.

ຈາກບັນຫາທີ່ເກີດຂຶ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນແຂວງ ໄດ້ຮັບຮູ້ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ສະນັ້ນ, ຈຶ່ງໄດ້ມີການປຶກສາຫາລືວາງແຜນຫຼຸດຜ່ອນອຸບັດຕິເຫດຕາມທ້ອງ ຖະໜົນໃຫ້ຫຼຸດໜ້ອຍຖອຍລົງ, ເພີ່ມທະວີການເຮັດໜ້າທີ່ອໍານວຍຄວາມສະດວກສະບາຍໃຫ້ ຜູ້ຂັບຂີ່ທີ່ມີຈຸດປະສົງມາທ່ອງທ່ຽວຫຼວງພະບາງ ໃຫ້ມີຄວາມປອດໄພສູງ ພ້ອມທັງເຜີຍແຜ່ກົດ ລະບຽບຈະລາຈອນໃຫ້ມີຫຼາຍຮູບຫຼາຍສີ. ພາບ-ຂ່າວ: ນສພ ຄວາມສະຫງົບ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.