Header Ads

ຊາວ​ນາ​ຈາກ ສ​ປ ຈີນ ເຊົ່າ​ເນື້ອ​ທີ່​ຂອງ​ປະ​ຊາ​ຊົນ​ເມືອງ​ພະ​ລານ​ໄຊ ປູກ​ເຂົ້າ​ດ້ວຍ​ວິທະ​ຍາ​ການ​ໃໝ່



ການປັກດຳເຂົ້ານາແຊງ ຂອງຊາວນາຄົນຈີນຢູ່ໂຄງ ການ ຊົນລະປະທານ ບ້ານພະ ນົມໄຊ ເມືອງພະລານໄຊ ໃນ ເນື້ອທີ່ປັກດຳຕົວຈິງ 8 ເຮັກຕາ, ໃຊ້ແນວພັນເຂົ້າຈ້າວມາຈາກ ສປ ຈີນ ເຊິ່ງໄດ້ເລີ່ມລົງມືຕົກກ້າ ແຕ່ວັນທີ 26 ມັງກອນ 2019, ມາຮອດວັນທີ 22 ກຸມພາ 2019 ແມ່ນໄດ້ລົງມືປັກດຳຕົວຈິງ ໂດຍແມ່ນຈ້າງແຮງງານ ປະຊາຊົນພາຍໃນເມືອງພະລານໄຊ ເປັນຜູ້ປັກດຳໃຫ້ ເຊິ່ງວິທີການເຮັດນາປູກເຂົ້າຂອງ ຄົນຈີນ ແມ່ນໃຊ້ເຊືອກພຽກເນັ່ງ ຢ່າງລະອຽດ ເພື່ອເຮັດ ໃຫ້ແຖວ ດຳນາຊື່ເປັນລະບຽບຈົບງາມ ຕາມວິຊາການຂອງຄົນຈີນ ໂດຍແມ່ນດຳເປັນແຖວ ແລະ ຈົ່ງທາງຍ່າງຫວ່າງກາງ ເພື່ອ ສະດວກໃນການດູແລ ແລະບົວລະບັດ

ເຂົ້ານາແຕ່ການປັກດຳ ແມ່ນຈະເຮັດເປັນສອງໄລຍະ ຄື: ໄລຍະທຳອິດແມ່ນປັກດຳ ເຂົ້າໂຕແມ່ກ່ອນ, ໄລຍະທີ 2 ແມ່ນຈະປັກດຳເຂົ້າໂຕຜູ້, ເຊິ່ງຈະປັກດຳຢູ່ໃນບໍລິເວນໃກ້ ຄຽງກັນ ກັບເຂົ້າໂຕແມ່ເພື່ອຈະໃຫ້ເຂົ້າປະສົມພັນກັນດ້ວຍເກ ສອນຂອງມັນ ໂດຍມີອາຍຸ 120 ວັນ ຈິ່ງສາມາດເກັບກ່ຽວໄດ້. ສ່ວນເນື້ອທີ່ໃນການປັກດຳເຂົ້າ ນາແຊງນີ້ ແມ່ນ ທາງ ສປ ຈີນ ໄດ້ເຊົ່າເນື້ອທີ່ນາ ຂອງປະ ຊາຊົນ 1 ເຮັກຕາຕໍ່ 500.000 ກີບ. ສ່ວນການປັກດຳແມ່ນຈະ ສຳເລັດພາຍໃນເດືອນກຸມ ພານີ້. ພາບ-ຂ່າວ: ນສພ ສະຫວັນພັດທະນາ



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.