Header Ads

ພິທີເປີດງານວາງສະແດງສິນຄ້າສຸດຍອດແບຣນໄທ ເຊື່ອມຕໍ່ການຄ້າທີ່ດີໃນດ້ານການຄ້າ ລາວ-ໄທ


ງານວາງສະແດງສິນຄ້າສຸດຍອດແບຣນໄທຄັງນີ້ ມີຜູ້ປະກອບການໄທ ແລະ ສປປ ລາວ ຫລາຍກວ່າ 200 ບູ້ດເຂົ້າຮ່ວມ ເພື່ອສ້າງຄວາມສຳພັນທີ່ດີໃນດ້ານການຄ້າລະຫວ່າງປະເທດ ແລະ ຍັງຮ່ວມສ້າງຄວາມຍິ່ງໃຫ່ຍໃຫ້ກັບເສດຖະກິດພູມີພາກ AEC ເຊິ່ງຈັດຂື້ນລະຫວ່າງ ວັນທີ 6 – 10 ມີນາ 2019 ທີ່ LAO ITECC ນະຄອນຫລວງວຽງຈັນ ສປປ ລາວ




ທ່ານນາງ ຍານີ ສີມີໄຊ ອັກຄະລາດສະທູດທີ່ປຶກສາ ຝ່າຍພານິດ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ ວຽງຈັນ ສະຖານເອກອັກຄະລາດສະທູດແຫ່ງລາດຊະອານາຈັກໄທ ກ່າວວ່າ   “ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງຣາດຊະອານາຈັກໄທ ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ.ລາວ ຈັດງານວາງສະແດງສິນຄ້າ Top Thai Brands 2019 ແມ່ນເພື່ອປະຊາສໍາພັນສິນຄ້າ ແລະ ບໍລິການ ສຸດຍອດແບຣນໄທໃຫ້ເປັນທີ່ຮູ້ຈັກ ແລະ ເຊື່ອໝັ່ນ ຕະຫຼອດເຖີງການສ້າງຄວາມຕ້ອງການໃນຕະຫຼາດ ສປປ.ລາວ ພ້ອມທັງສະໜັບສະໜູນ ແລະ ສົ່ງເສີມໃຫ້ເກີດພະລັງຮ່ວມມືກັນສູງສຸດຂອງຜູ້ປະກອບການ ໄທ ແລະ ສປປ.ລາວ” ທ່ານນາງ ຍານີ ກ່າວວ່າ





​​ປີນີ້ເຮົາມີທຸລະກິດກ່ຽວກັບ Food Truck​ ມາຮ່ວມງານ ເຊີ່ງເປັນທຸລະກິດໃໝ່ທີ່ໜ້າລົງທຶນ ພ້ອມທີ່ຈະໃຫ້ຄຳປຶກສາ ແນະນຳກ່ຽວກັບການລົງທຶນ ເປັນທຸລະກິດທີ່ໜ້າສົນໃຈທີ່ຈະຂະຫຍາຍຕົວຕໍ່ໄປຢ່າງຕໍ່ເນື່ອງ ແລະ ທຸລະກິດຂາຍເຄື່ອງອອນໄລ ເຊີ່ງກໍາລັງເປັນທີ່ນິຍົມທົ່ວໂລກ ຈາກຜູ້ປະກອບການຂອງໄທທີຈະມາແບ່ງປັນເທັກນິກ ແຊປະສົບການທີ່ເຮັດໃຫ້ຕົນເອງປະສົບຄວາມສຳເລັດໃນທຸລະກິດດັ່ງກ່າວ





​​ນອກຈາກນີ້ ພາຍໃນງານຍັງມີສິນຄ້າ ແລະ ການບໍລິການຂອງໄທ ທີ່ມີຄຸນນະພາບ ແລະ ມາດຕະຖານ ສາມາດສົ່ງຕໍ່ສູ່ປະເທດເພື່ອນບ້ານ ລວມເຖີງນະວັດຕະກຳສິນຄ້າ ແລະ ການບໍລິການຮູບແບບໃໝ່ໆ​ການເຈລະຈາທຸລະກິດ,​ ສຳມະນາ ແລະ ພົບກັບກິດຈະກຳ​ workshop​ ຫຼາຍຢ່າງເຊັ່ນ: ການເຮັດນໍ້າເພື່ອສຸຂະພາບ, ການເຮັດພວງກະແຈໜັງ, ການເພັ້ນເລັບ, ແລະ ອື່ນໆອີກຫຼາຍຢ່າງ . ຮ່ວມສົນທະນາກັບຜູ້ປະກອບການລຸ້ນໃໝ່ ລວມເຖີງດາລາສິນລະປິນຊື່ດັງຫຼາຍທ່ານມາຮ່ວມໃນງານນຳ




​​ນອກຈາກສາລະໜ້າຮູ້ດີໆທີ່ຈະໄດ້ຮັບພາຍໃນງານແລ້ວ ເຮົາຍັງມີຄວາມບັນເທີງຕ່າງໆຫຼາກຫຼາຍເຊັ່ນ: ພິທີເປີດງານພົບກັບສິນລະປິນຊື່ດັ່ງຈາກປະເທດໄທ ເກັ່ງ ທະຊະຢະ, ມິນິຄອນເສິດຈາກ ໄມ ພິລົມພອນ, ແພັດ ເພັດດາວອນ, ເພັນຕ້າຊິອ໋ອນ ແລະ ໃບເຕີຍ ອາສະຫຍາມ


​​ທ່ານນາງ ຍານີ ກ່າວວ່າ: ການຈັດງານໃນຄັ້ງນີ້ຫວັງວ່າ ຈະມີນັກທຸລະກິດທີ່ເຂົ້າຮ່ວມງານ ຜູ້ເຂົ້າຊົມງານທົ່ວໄປປະກອບດ້ວຍ ໜ່ວຍງານພາກລັດ ແລະເອກະຊົນ ທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນທົ່ວໄປປະມານ 70,000ຄົນ ແລະ ຄາດວ່າຈະມີເງິນພາຍໃນຫຼາຍກວ່າ 50 ລ້ານບາດ






© ໂຕະນໍ້າຊາ | tonamcha.com
___________

Powered by Blogger.