Header Ads

ລັດຖະບານລາວ ມອບຫລຽນກາມິດຕະພາບ ໃຫ້ຮອງຜູ້ຕາງໜ້າອົງ ການອຸຍນິເຊບ ປະຈຳ ສປປ ລາວ




ໃນວັນທີ 11 ມີນາ 2019 ຢູ່ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫລຽນກາມິດຕະພາບ ໃຫ້ທ່ານ ມິໂອ-ຊິນ ຢູນ (Myo-Zin Nyunt), ຮອງຜູ້ຕາງໜ້າອົງການອຸຍນິເຊບ (UNI CEF) ປະຈຳ ສປປ ລາວ, ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານຂອງຜູ້ກ່ຽວ ພາຍຫລັງສິ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ. ຕາງໜ້າລັດຖະບານລາວ ປະດັບຫລຽນກາມິດຕະພາບໃນຄັ້ງນີ້, ໂດຍທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີພະນັກງານຂັ້ນສູງຈາກບັນດາ ກະຊວງຂະແໜງການກ່ຽວຂ້ອງ, ຜູ້ຕາງໜ້າຫ້ອງການຜູ້ປະສານງານ ສປຊ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າອົງການອຸຍນິເຊບ ປະຈຳ ສປປ ລາວ ເຂົ້າຮ່ວມ. ພາບ-ຂ່າວ: ຂປລ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.