Header Ads

ກະຊວງການເງິນ ອອກແຈ້ງການ ເລື່ອງການເສຍຄ່າທຳນຽມທາງປະຈຳປີ 2019



ກະຊວງການເງິນ ຈຶ່ງໄດ້ອອກແຈ້ງການເລກທີ 0526/ກງ ລົງວັນທີ 15 ກຸມພາ 2019 ເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ ເລື່ອງການເສຍຄ່າທຳນຽມທາງປະຈຳປີ 2019. ພ້ອມໃຫ້ສິດທິພິເສດຜູ້ອອກລົດໃໝ່ໃນທ້າຍປີນີ້ ແມ່ນຈະມີນະໂຍບາຍຍົກເວັ້ນ ໃຫ້ໄປເສຍປີຖັດໄປ.

ແຈ້ງການລະບຸວ່າ: ກະຊວງການເງິນ ແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະ ໃນຂອບເຂດທົ່ວປະເທດຊາບດັ່ງນີ້: ໄລຍະປົກະຕິຂອງການເສຍຄ່າທຳນຽມທາງ ແມ່ນໄລຍະເວລານັບແຕ່ ເດືອນ ມັງກອນ ຮອດ ເດືອນ ມີນາ ຂອງທຸກໆປີ ເຊິ່ງເປັນໄລຍະທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະມີພັນທະເສຍທຳນຽມທາງປະຈຳປີ, ຖ້າບໍ່ເສຍຄ່າທຳນຽມທາງຕາມເວລາດັ່ງກ່າວທີ່ໄດ້ກຳນົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນຂໍ້ IV ຂໍ້ 2 ຂອງຄໍາແນະນໍາສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.

ກໍລະນີບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະ ຫາກຍັງບໍ່ເສຍຄ່າທຳທຽມທາງຂອງປີຜ່ານມາ. ນອກຈາກ, ໄດ້ເສຍຄ່າທຳນຽມທາງທາງຕາມອັດຕາທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້:

• ຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ ກໍລະນີຍັງບໍ່ໄດ້ເສຍຄ່າທໍານຽມທາງ ປີ 2017 ຄືນຫຼັງ.
• ຖືກປັບໃໝ 40% ຂອງມູນຄ່າທີ່ຈະຕ້ອງເສຍຄ່າທຳນຽມທາງປະຈຳປີ 2018 ກໍລິນີທີ່ຍັງບໍ່ທັນໄດ້ເສຍຄ່າທຳນຽມທາງປະຈຳປີ 2018.







ສຳລັບ ການຊໍາລະເງິນຄ່າທຳນຽມທາງ ແມ່ນໃຫ້ຊໍາລະຜ່ານລະບົບທະນາຄານ ດ້ວຍ 5 ທາງຄື: ຊໍາລະຜ່ານລະບົບເຄົາເຕີຂອງທະນາຄານ, ຊໍາລະຜ່ານທາງອອນລາຍ (Mobile Application BCEL One BCEL I-Bank) ຊໍາລະຜ່ານຕູ້ເອທີເອັມ (ATM) ຊໍາລະຜ່ານສະຖານທີ່ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME)ແລະ ຊໍາລະຜ່ານທະນາຄານຕົວແທນ.

ນັບແຕ່ປີ 2019 ເປັນຕົ້ນໄປ ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ພາຫະນະອອກຮ້ານ) ໃນເດືອນຕຸລາ ຫາ ເດືອນ ທັນວາ ຂອງປີ ແມ່ນໃຫ້ເລີ່ມເສຍຄ່າທໍານຽມທາງໃນປີຖັດໄປ.


ດັ່ງນັ້ນ, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເຮັດໜ້າທີ່ກວດກາ, ຊຸກຍູ້ການເສຍຄ່າທຳນຽມທາງ ແລະ ນຳໃຊ້ມາດຕະການຕໍ່ຜູ້ລະເມີດການເສຍຄ່າທໍານຽມທາງໃນຂອບເຂດທົ່ວປະເທດ.


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.