Header Ads

ກະຊວງ ຮສສ ຮວ່ມກັບ ອົງການແຮງງານສາກົນເຜີຍແຜ່ບົດລາຍງານສາກົນ ກ່ຽວກັບ ວຽກເພື່ອອາຄົດທີ່ສົດໃສ



ກອງປະຊຸມເຜີຍແຜ່ບົດລາຍງານສາກົນ ກ່ຽວກັບ ວຽກເພື່ອອາຄົດທີ່ສົດໃສ, ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ 26 ກຸມພາ 2019 ໂດຍໃຫ້ກຽດເປັນປະທານ ກ່າວເປີດ ຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະຫວັດດີການສັງຄົມ, ມີ ທ່ານ ແກຣມ ບັກເລ ຫົວໜ້າຫ້ອງການ ໄອໂລ ປະຈຳບາງກອກປະເທດໄທ ທີ່ຮັບຜິດຊອບ ກຳປູເຈຍ ແລະ ສປປ ລາວ; ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານສູນກາງ ກຳມະບານລາວ ແລະ ຮອງປະທານສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ.





ທ່ານ ນ. ຄາເລັນນາ ອີມໂມເນັນ ຜູ້ຕາງໜ້າ ສປຊ ປະຈຳລາວ ແລະ ບັນດາທ່ານທູດ, ຕານຸທູດ, ຕາງໜ້າຈາກກະຊວງຂະແໜງການ ກ່ຽວຂ້ອງ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.  ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ກ່າວວ່າ: ການເຜີຍແຜ່ບົດ ລາຍງານສາກົນ ກ່ຽວກັບ ວຽກເພື່ອອານາຄົດທີ່ສົດໃສ ເຊິ່ງເປັນຂໍ້ລິເລີ່ມທີ່ສຳຄັນເພື່ອ ສະເຫຼີມສະຫຼອງວັນສ້າງຕັ້ງອົງການແຮງງານສາກົນຄົບຮອບ 100 ປີ (1919-2019). ກອງປະຊຸມ ສະມັດຊາໃຫຍ່ຂອງອົງການແຮງງານສາກົນເຊິ່ງປະກອບມີຕາງໜ້າຂອງອົງການສາມຝ່າຍໄດ້ ພ້ອມກັນຮັບຮອງເອົາ 7 ຂໍ້ລິເລີ່ມ ຄື 1). ວຽກອານາຄົດສຳລັບໝົດທຸກຄົນເຊິ່ງເປັນວຽກທີ່ມີຄວາມ ສຳຄັນເນື່ອງຈາກເປັນການປົກປ້ອງ ແລະສົ່ງເສີມສິດທິຂອງແຮງງານ, ການພັດທະນາຊັບ ພະຍາກອນມຸດ, ການພັດທະນາສີມືແຮງງານ, ການຈັດຫາງານ ແລະການປົກປ້ອງສັງຄົມ; 2). ການ ລືບລ້າງຄວາມທຸກຍາກ; 3). ການປົກປ້ອງສິດທິຂອງແມ່ຍິງໃນສະຖານທີ່ເຮັດວຽກ; 4). ການສົ່ງ ເສີມອາຊີບທີ່ເປັນມິດກັບສິ່ງແວດລ້ອມ; 5). ການພັດທະນາມາດຕະຖານແຮງງານ; 6). ການສົ່ງເສີມ ການມີສ່ວນຮ່ວມຂອງວິສາຫະກິດ ແລະ 7). ການບໍລິຫານຂອງອົງການແຮງງານສາກົນ.




ອົງການແຮງງານສາກົນແມ່ນອົງການທີ່ເຮັດໜ້າທີ່ເພື່ອສົ່ງເສີມອາຊີບ ແລະ ປົກປ້ອງແຮງງານໂດຍການສົ່ງເສີມຄວາມຍຸຕິທໍາສັງຄົມ ແລະ ຮັບຮູ້ສິດທິມະນຸດ ແລະ ສິດທິແຮງງານ ສົ່ງເສີມການຈັດຕັ້ງປະຕິບັດຫຼັກການພື້ນຖານໃນການເຮັດວຽກ; ສ້າງໂອກາດທີ່ດີຢ່າງເທົ່າທຽມກັນສໍາລັບແມ່ຍິງ ແລະ ເພດຊາຍ; ສໍາລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການແຮງງານສາກົນໃນປີ 1964, ຄົບຮອບ 55 ປີ; ມາຮອດປະຈຸບັນມີບັນດາປະເທດສະມາຊິກຂອງອົງການແຮງງານສາກົນໄດ້ຈັດຕັ້ງການເຜີຍແຜ່ບົດລາຍງານ ວ່າດ້ວຍວຽກເພື່ອອານາຄົດທີ່ສົດໃສ ປະມານ 110 ປະເທດ; ພາກພື້ນອາຊຽນໃນຖານະເປັນສະມາຊິກສົມບູນຂອງຄະນະບໍລິຫານງານອົງການແຮງງານສາກົນໄດ້ຍົກສູງບົດບາດຂອງຕົນໃນການເອົາໃຈໃສ່ຈັດຕັ້ງປະຕິບັດ 02 ຂໍ້ລິເລີ່ມ: ຂໍ້ລິເລີ່ມວຽກໃນອານາຄົດ ໂດຍຈະໄດ້ຈັດຂື້ນວັນທີ 29 ເມສາ 2019 ຢູ່ທີ່ປະເທດສິງກາໂປ ແລະ ຈະໄດ້ມີກອງປະຊຸມສະໄໜພິເສດຂອງລັດຖະມົນຕີແຮງງານອາຊຽນເພື່ອພ້ອມກັນອອກຖະແຫຼງການຮ່ວມ ວ່າດ້ວຍວຽກໃນອານາຄົດ ແລະ ການອອກຖະແຫຼງການອາຊຽນວ່າດ້ວຍການສົ່ງເສີມອາຊີບທີ່ເປັນມິດກັບສິ່ງແວດລ້ອມເພື່ອຄວາມສະເໝີພາບ ແລະ ການເຕີບໂຕທີ່ມີສ່ວນຮ່ວມຂອງປະຊາຄົມອາຊຽນ. ພາບ-ຂ່າວ:ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.