Header Ads

ງິນຄ່າເທົ່າກັນ ແຕ່ຄວາມໝາຍຕ່າງກັນ ກັບຊີວິດທີ່ຕ່າງເຫດຜົນ,​ຄວາມໝາຍ ແລະ ຕ່າງຕົ້ນທຶນ



ສໍາລັບບາງຄົນເງິນພຽງເລັກນ້ອຍອາດບໍ່ມີຄວາມໝາຍສໍາລັບເຂົາເຈົ້າ ແຕ່ພວກເຂົາເຫຼົ່ານີ້ມັນແມ່ນການແລກມາດ້ວຍຢາດເຫື່ອແຮງງານຂອງລູກຊາວບ້ານຫຼານຊາວນາຫຼັງສູ້ຟ້າໜ້າສູ້ດິນ.

ຖ້າມື້ນີ້ເຈົ້າມີພໍ່ແມ່ຍອມແລກຢາດເຫື່ອແຮງກາຍເພື່ອຫາເງິນໃຫ້ເຈົ້າໃຊ້ ຂໍໃຫ້ເຈົ້າຮັບຮູ້ວ່າ "ເຈົ້າແມ່ນຄົນທີ່ໂຊກດີທີ່ສຸດໃນໂລກ" ເພາະຍັງມີອີກຫຼາຍພັນຄົນທີ່ຍັງເຂົ້າປ່າຫາໜໍ່ໄມ້ມາຂາຍ, ຕ້ອງລ້າງຈານທີ່ຮ້ານອາຫານ,ຕ້ອງຍ່າງຕາມຫຼັງຄູບາອາຈານເພື່ອອອກບິນຖະບາດ ແລະ ອີກຫຼາຍລ້ານວິຖີຊີວິດຕໍ່ສູ້ເພື່ອຄວາມຢູ່ລອດຂອງຊີວິດ.

ຖ້າເຈົ້າຄິດວ່າວຽກທີ່ເຈົ້າກຳລັງເຮັດນັ້ນມັນຍາກເຫຼືອບ່າກວ່າແຮງ ລອງຫຼຽວເບີ່ງຄົນທີ່ເຂົາຍັງບໍ່ມີວຽກເຮັດ ຄວາມຝັນເຂົາອາດແມ່ນ "ວຽກ" ຫຍັງກະໄດ້ເຮັດໃຫ້ຊີວິດຢູ່ລອດ.

ແຕ່ຖ້າເຈົ້າຄິດວ່າຊີວິດໂຕເອງຕ້ອຍຕໍ່າໄຮ້ຄ່າ ຂໍໃຫ້ເບີ່ງຊີວິດ "ຄົນທີ່ຫາເຊົ້າກິນຄໍ່າ" ແລ້ວເຈົ້າຈະຮູ້ສັດຈະທໍາຂອງຄໍາວ່າຊີວິດນີ້ມັນບໍ່ງ່າຍເລີຍຖ້າເຈົ້າບໍ່ໄດ້ເກີດມາເທິງກອງເງິນກອງຄໍາ ຫຼຶ ຊີວິດທີ່ມີແຕ້ມຕໍ່ ແລະ ຕົ້ນທຶນຊີວິດພຽບພ້ອມໃຫ້ເຈົ້າໄດ້ໃຊ້ຊີວິດຢ່າງສະບາຍໃນສັງຄົມ.

ຖ້າເຈົ້າສຸກສະບາຍຈົນລົ້ນ ກໍ່ຂໍໃຫ້ເຈົ້າຮູ້ຈັກ "ການໃຫ້ ແລະ ແບ່ງປັນ" ເພາະນັ້ນຈະເຮັດໃຫ້ເຈົ້າສຸກທັງກາຍ ແລະ ສຸກທັງໃຈ ເຖິງແມ່ນໂຕເຈົ້າຈະຈາກໂລກນີ້ໄປແຕ່ວ່າຄົນຈະຈື່ຊື່ເຈົ້າໄວ້ໃນຫົວໃຈຂອງເຂົາຕະຫຼອດໄປ.

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.