ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄືບໜ້າແລ້ວ 55.69%
ກອງປະຊຸມສາມັນຄົບຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ 14 ສະໄໝທີ IV (ເປີດກວ້າງ) ຈັດຂຶ້ນວັນທີ 31 ມັງກອນ-1 ກຸມພາ 2019 ຢູ່ກະຊວງ ຍທຂ ໂດຍເປັນປະທານຂອງສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ມີຄະນະປະຈຳພັກ ຮອງລັດຖະມົນຕີ ຫົວໜ້າກົມ ສະຖາບັນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ລັດຕະນະມະນີ ຄູນນີວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຍທຂ ກ່າວວ່າ: 1 ປີຜ່ານມາ ຄະນະພັກກະຊວງ ຍທຂ ໄດ້ເອົາໃຈໃສ່ຊີ້ນຳນຳພາຂະແໜງການກ່ຽວຂ້ອງ ຈັດຕັ້ງປະຕິບັດແຜນວຽກຈຸດສຸມຂອງລັດຖະບານ ໃນຂະແໜງການວິຊາສະເພາະແຕ່ລະດ້ານ ເປັນຕົ້ນ ວຽກງານຂົວທາງ ໄດ້ສຳເລັດການປັບປຸງ ແລະ ກໍ່ສ້າງເສັ້ນທາງຫາເຂດຈຸດສຸມຂອງລັດຖະບານຫຼາຍໂຄງການ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງແຕ່ເມືອງອະນຸວົງເມືອງທ່າໂທມ ເສັ້ນທາງແຕ່ພູຫົວຊ້າງ-ອ່າວໃຕ້ ເມືອງອະນຸວົງ ແຂວງໄຊສົມບູນ, ໂຄງການກໍ່ສ້າງຂົວຂ້າມນໍ້າເຊກອງ, ໂຄງການຟື້ນຟູທາງເລກ 9 ສັນຍາ 2, ໂຄງການຂົວນໍ້າຍອນ-ບ້ານລ່ອງແຈ້ງ ປະຕິບັດໄດ້ 87.31%, ໂຄງການກໍ່ສ້າງເສັ້ນທາງບ້ານນານົກຂຸ້ມ ເມືອງທຸລະຄົມບ້ານນາໄຊ ເມືອງປາກງື່ມ ປະຕິບັດໄດ້ 91.25%, ໂຄງການກໍ່ສ້າງທາງຫົງສາ-ຊຽງແມນ ໄລຍະ 1 ປະຕິບັດໄດ້ 86% ໄລຍະ 2 ປະຕິບັດ 91%, ໂຄງການກໍ່ສ້າງທາງ 6A ຫາງລ້ອງ-ສົບເບົາ ປະຕິບັດໄດ້ 98%, ໂຄງການກໍ່ສ້າງທາງຊຳໃຕ້-ທ່າເຫຼົ້າ ປະຕິບັດ 96%, ແລະ ໂຄງການກໍ່ສ້າງທາງແຕ່ສາມແຍກນາຊາງ-ທົ່ງທູ້ ປະຕິບັດໄດ້ 98%. ນອກນີ້ ຍັງມີໂຄງການອື່ນໆທີ່ກຳລັງຈັດຕັ້ງປະຕິບັດຢ່າງຕັ້ງໜ້າ.
ສຳລັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ບໍ່ເຕັນ-ນະຄອນຫຼວງວຽງຈັນ) ປັດຈຸບັນມີຄວາມຄືບໜ້າ 55.69% ໃນນີ້ ໄດ້ເຈາະ 69 ອຸໂມງ ສາມາດຊີເຈາະໄດ້ 126,544 ແມັດ, ກໍ່ສ້າງຂົວ 143 ແຫ່ງ ຊີເຈາະເຂັມເສົາຂົວ 213,041 ແມັດ. ສະເພາະການຊົດເຊີຍສິ່ງກີດຂວາງບັນດາແຂວງ ໄດ້ຄົ້ນຄວ້າລາຄາຫົວໜ່ວຍຄ່າຊົດເຊີຍສິ່ງກີດຂວາງຕາມ 8 ຂັ້ນຕອນ. ປັດຈຸບັນ, ການໄກ່ເກ່ຍຊົດເຊີຍໃຫ້ຜູ້ຖືກຜົນກະທົບ 8 ຄັ້ງ ມູນຄ່າ 851.53 ຕື້ກີບ. ພ້ອມນີ້, ຍັງໄດ້ດຳເນີນການສຳຫຼວດໂຄງການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ ລາວ-ໄທ ໄລຍະ II (ຕອນ2) ເພື່ອຂຶ້ນແຜນງົບປະມານຊົດເຊີຍສິ່ງກີດຂວາງປະຕິບັດໄດ້ 95%, ສຳເລັດການປະມູນວ່າຈ້າງບໍລິສັດທີ່ປືກສາໂຄງການ, ສຶກສາຄວາມເປັນໄປໄດ້ທາງລົດໄຟແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ມູຢ່າ-ຫວຸງອ່າງ ສສ ຫວຽດນາມ.
ສຳລັບແຜນວຽກຈຸດສຸມປີ 2019 ຈະສືບຕໍ່ສ້າງ ແລະ ຟື້ນຟູສ້ອມແປງເສັ້ນທາງສາຍຫຼັກຕ່າງໆເຊັ່ນ: ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍໃນ, ທາງຮັບໃຊ້ການຜະລິດ, ທາງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ແລະ ເສັ້ນທາງເຂົ້າຫາເຂດຈຸດສຸມພັດທະນາ. ສືບຕໍ່ນຳພາຊຸກຍູ້ບັນດາໂຄງການກໍ່ສ້າງຂົວທາງໃຫ້ສຳເລັດຕາມແຜນ ແລະ ສືບຕໍ່ຊຸກຍູ້ການກໍ່ສ້າງເສັ້ນທາງລົດໄຟໃຫ້ສຳເລັດຕາມແຜນການ ເພື່ອແນໃສ່ເຮັດໃຫ້ພື້ນຖານໂຄງລ່າງໄດ້ຮັບການຍົກລະດັບ ແລະ ພັດທະນາດີຂຶ້ນເປັນກ້າວໆ.
ຂໍ້ມູນ : ໜັງສືພິມ ວຽງຈັນໃໝ່ | Photo: news.cn
© ໂຕະນໍ້າຊາ | tonamcha.com
___________
Post a Comment