Header Ads

ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ກຸມພາ 2019 ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ



ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ: ເພີ່ມທະວີປະສິດ ທິພາບຂອງການຄຸ້ມຄອງ ແລະ ບໍລິຫານລັດ, ພັດທະນາກົດໝາຍໃຫ້ເປັນລະບົບຄົບຊຸດ, ຈະແຈ້ງ, ເປັນເອກະພາບ, ກົມກຽວ ແລະ ໃຫ້ທຸກຄົນເຂົ້າເຖິງການບໍລິການຂອງລັດຢ່າງວ່ອງໄວ້, ໂປ່ງໃສ, ເສີມຂະຫຍາຍປະສິດທິຜົນ ແລະ ຄວາມສັກສິດຂອງກົດໝາຍ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ນັບມື້ນັບກວ້າງຂວາງ ເຮັດໃຫ້ການຄຸ້ມຄອງພົນລະເມືອງດ້ວຍກົດໝາຍ ມີຄວາມສັກສິດ ແລະ ປະຊາຊົນໄດ້ໃຊ້ສິດ ແລະ ພັນທະຂອງຕົນ ຕາມລັດຖະທໍາມະນູນ ແລະ ກົດ ໝາຍ ໄດ້ກໍານົດໄວ້. ພ້ອມກັນນີ້, ກໍ່ແມ່ນເພື່ອຈັດຕັ້ງປະຕິບັດ ແຜນ ການສ້າງ ແລະ ປັບປຸງກົດໝາຍ ທີ່ສະພາແຫ່ງຊາດ ຊຸດທີ 8 ໄດ້ຮັບຮອງແລ້ວໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. 



ດັ່ງນັ້ນ, ໃນຕອນເຊົ້າມື້ນີ້ 11 ກຸມພາ 2019, ຢູ່ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ລັດຖະບານ ຈຶ່ງໄດ້ດໍາເນີນກອງປະຊຸມສະໄໝວິສາມັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ແລະ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້:

1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ);
2.ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່);
3. ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່); ແລະ
4. ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ).



ຕໍ່ກັບເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ, ໂດຍສະເພາະ ຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ແມ່ນຕ້ອງເອົາໃຈ ໃສ່ປັບປຸງ ຄໍາສັບ ແລະ ສໍານວນຕ່າງໆ ໃຫ້ຖືກຕ້ອງກັບພາສາລາວ ເພື່ອເຂົ້າໃຈງ່າຍ ກ່ອນຈະນໍາສະເໜີຕໍ່ສະພາແຫ່ງ ຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້.



ການນໍາເອົາຮ່າງກົດໝາຍ ມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນວ່າ ລັດຖະບານ ໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດ ໝາຍ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການກະກຽມເອກະສານ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ທີ່ຈະມາເຖິງນີ້ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ທັນຕາມກໍານົດເວລາ.


ໃນໂອກາດນີ້, ລັດຖະບານ ຂໍຮຽກຮ້ອງໃຫ້ບັນດາພະນັກ ງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ທຸກຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກເຮົາ. ພາບ-ຂ່າວ:  ວະທະຍຸກະຈາຍສຽງແຫ່ງຊາດ 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.