Header Ads

ວັດເພຍວັດ ແຂວງຊຽງຂວາງ ວັດເກົ່າແກ່ອາຍຸເຖິງ 637 ປີ



ວັດເພຍວັດ ແມ່ນຕັ້ງຢູ່ໃຈກາງເມືອງຄູນ ເຊິ່ງຫ່າງຈາກຕົວເມືອງ ໂພນສະຫວັນປະມານ 30 ກິໂລແມັດ,ວັດເພຍວັດນີ້ ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດໃນດິນແດນຂອງ ເມືອງພວນໂດຍໄດ້ຮັບການສ້າງຂຶ້ນໃນປີ ຈສ 744 ຈົນມາຮອດປັດຈຸບັນ (2019) ແມ່ນມີອາຍຸໄດ້ 637 ປີ. ເຈົ້າລ້ານຄຳກອງ ເປັນພະຍາປົກຄອງເມືອງພວນໄດ້ນຳພາປະຊາຊົນເພື່ອຊອກຫາຊ່າງຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດຢູ່ຫຼວງພະບາງມາແລ້ວມາສ້າງ. 





ໃນເມື່ອສ້າງດັ່ງກ່າວສຳເລັດແລ້ວ ເຈົ້າລ້ານຄຳກອງໄດ້ນຳພຣະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ມຽນມາໃນປັດຈຸບັນ) ມາປະດິດສັງຂອນໄວ້ທີ່ວັດວັດເພຍວັດແຫ່ງນີ້. ເຊິ່ງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ບອກໃນຍຸກສະໄໝນັ້ນ ເມືອງພວນ ແລະ ສາດສະໜາແມ່ນມີຄວາມຈະເລີນຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ ພ້ອມກັບປະຊາຊົນກໍຄວາມເຫຼື້ອມໃສໃນພຸດທະສາສະໜາ ຈົນເຮັດໃຫ້ວັດເພຍວັດ ກາຍເປັນສະຖານທີ່ສຶກສາຮໍ່າຮຽນຂອງ ພະສົງສາມະເນນ ແລະ ອອກຕົນຍາດໂຍມໃນຍຸກນັ້ນ.  




ຢ່າງໃດກໍຕາມ, ຕົກມາຮອດປີ ຄສ 1874, ຈສ 1287 ເສົງຄາມພາຍນອກໄດ້ເຂົ້າມາມ້າງເພທຳລາຍ(ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແລະ ຊັບສີນອື່ນໆ ແຕ່ສິມບາງສ່ວຍແມ່ນຍັງບໍ່ຖືກທຳລາຍ.




© ໂຕະນໍ້າຊາ | tonamcha.com
___________

Powered by Blogger.