Header Ads

ປກສ ເມືອງຕົ້ນເຜິ້ງ ກັກຕົວຜູ້ຄ້າສິ່ງເສບຕິດ ພ້ອມຢຶດຂອງກາງຢາບ້າໄດ້ຫລາຍກ່ວາ 540.000 ເມັດ


ອີງຕາມການລາຍງານຂອງ ປກສ ແຂວງບໍ່ແກ້ວ ວ່າ: ໃນຄັ້ງວັນທີ 07 ມີນາ 2019 ນີ້ ທາງເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີວ່າ: ມີເຮືອນຫຼັງໜຶ່ງ ຢູ່ທີ່ ບ້ານ ໃຫຍ່ສີເມືອງງາມ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເປັນບ່ອນມົ້ວສຸມຢາເສບຕິດ ແລະ ຄ້າຂາຍຍ່ອຍ.





ດັ່ງນັ້ນ,​ ທາງເຈົ້າໜ້າທີ່ ພວກເຮົາຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມບ້ານ ບ້ານສີເມືອງງາມ ລົງຕິດຕາມກວດກາຕົວຈິງ ເຊິ່ງໄດ້ພົບເຫັນຜູ້ກ່ຽວເຄື່ອນໄຫວຄ້າຂາຍຢາເສບຕິດແທ້, ດັ່ງນັ້ນເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ ແລະ ໄດ້ສົມທົບກັບອົງການໄອຍະການປະຊາຊົນເຂດ I ປະຈໍາເມືອງຕົ້ນເຜິ້ງ, ອໍານາດການປົກຄອງບ້ານ, ປກສ ກອງຫຼອນບ້ານເຂົ້າກວດຄົ້ນເຄຫາສະຖານຂອງຜູ້ກ່ຽວ ເຊິ່ງຜ່ານການກວດຄົ້ນແມ່ນໄດ້ພົບເຫັນເຄື່ອງຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 90 ແພັກ ກັບ 2 ມັດ ເທົ່າກັບ 544.079 ເມັດ ດັ່ງນັ້ນທາງເຈົ້າ ໜ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວ ທ້າວ ບຸນ ອາຊີບເຮັດນາ ຢູ່ບ້ານໃຫຍ່ ສີເມືອງງາມ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ເຊິ່ງເປັນເຈົ້າຂອງເຄຫາສະຖານ ມາດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.ພາບ-ຂ່າວ: ຮທ ວິທູນ ແກ້ວກັນຍາ (ປກສ ແຂວງບໍ່ແກ້ວ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.