Header Ads

ພະນະທ່ານ ຄຳໄຕ ສີພັນດອນ ເນັ້ນໃຫ້ໃຫ້ 2 ບ້ານສ້າງປະຖົມປັດໄຈສັງຄົມນິຍົມແຕ່ຮາກຖານ



ນສພ ຈຳປາໃຫ່ມ ລາຍງານວ່າ :  ພະນະທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນ 2 ບ້ານຄື: ໃນວັນທີ 14 ມີນາ 2019 ໄດ້ພົບປະຄະນະພັກອຳນາດການປົກຄອງບ້ານໃຫຍ່ ວັງເວີນ ເມືອງຊະນະສົມບູນ ແລະ ວັນທີ 15 ມີນາ 2019 ໄດ້ພົບປະຄະນະພັກອໍານາດການປົກຄອງບ້ານພັດທະນາຝັ່ງແດງ ເມືອງໂພນທອງ ແຂວງຈຳປາສັກ ເຊິ່ງໃຫ້ກຽດເຂົ້າຮ່ວມຕິດຕາມໂດຍທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ, ມີທ່ານເຈົ້າເມືອງແຕ່ລະເມືອງ, ບັນດາທ່ານການນຳຈາກພະແນກການ,ກົມກອງຂັ້ນແຂວງ,ຂັ້ນເມືອງ ຕະຫຼອດຮອດປະຊາຊົນພາຍໃນ 2 ບ້ານເຂົ້າຮ່ວມຕ້ອນຮັບຢ່າງພ້ອມພຽງ.

ນການໂອລົມຂອງ ພະນະທ່ານ ຄຳໄຕ ສີພັນດອນ ຢູ່ແຕ່ລະບ້ານທ່ານໄດ້ເນັ້ນໃຫ້ຄະນະພັກອຳນາດການປົກຄອງແຂວງ,ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເອົາໃຈໃສ່ຖືສຳຄັນການສ້າງປະຖົມປັດໄຈສັງຄົມນິຍົມຢູ່ຮາກຖານ ໂດຍປະຕິບັດຕາມ 4 ທິດທາງ ແລະ 5 ເນື້ອໃນເປັນຕົ້ນ: ທິດທາງທີ 1 ສືບຕໍ່ກໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, 2 ສ້າງໃຫ້ເກີດການພົວພັນການຜະລິດ ແລະ ກຳລັງການຜະລິດສັງຄົມນິຍົມ ໂດຍອີງໃສ່ 2 ແຫຼ່ງຊັບພະຍາກອນທີ່ມີຢູ່ກັບທີ່ເປັນຫຼັກຄື: ຊັບພະຍາກອນທຳມະຊາດ ແລະ ສະຕິປັນຍາເຫື່ອແຮງຂອງປະຊາຊົນ ສົມທົບກັບທຶນຮອນ,ເຕັກນິກ-ເຕັກໂນໂລຊີ ແລະ ການຕະຫຼາດພາຍນອກ. ທິດທາງທີ 3 ສ້າງໃຫ້ທ້ອງຖິ່ນຮາກຖານ ໂດຍສະເພາະຂັ້ນບ້ານ ມີຄວາມໜັກແໜ້ນທາງແນວຄິດການເມືອງ; ເຂັ້ມແຂງທາງດ້ານການຈັດຕັ້ງໃນລະບົບການເມືອງ; ຮັ່ງມີທາງດ້ານເສດຖະກິດ-ການເງິນ ແລະ ຈະເລີນກ້າວໜ້າທາງດ້ານສັງຄົມ-ວັດທະນະທຳ. 4 ສ້າງຄວາມເຂັ້ມແຂງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສາມາດປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ ແລະ ປົກປັກຮັກສາຊີວິດຊັບສິນຂອງປະຊາຊົນ.



ສໍາລັບ 5 ເນື້ອໃນຄື: 1 ດ້ານການເມືອງ ຕ້ອງຖືເອົາວຽກງານສຶກສາອົບຮົມ ແລະ ຍົກລະດັບຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ສະມາຊິກພັກພະນັກງານ, ປະຊາຊົນກ່ຽວກັບການສ້າງບັນດາປະຖົມປັດໄຈສັງຄົມນິຍົມເປັນວຽກງານທີ່ສຳຄັນ ແລະ ຕ້ອງເຮັດກ່ອນໝູ່. ປັບປຸງໜ່ວຍພັກໃຫ້ກາຍເປັນໜ່ວຍພັກທີ່ປອດໃສເຂັ້ມແຂງ ສາມາດເປັນຫຼັກແຫຼ່ງນຳພາສ້າງບ້ານພັດທະນາ ແລະ ປະຊາຊົນຢູ່ດີກິນດີ ແລະ ວຽກງານອື່ນໆທີ່ສຳຄັນ. ເນື້ອໃນທີ 2 ຈັດຕັ້ງການພົວພັນຜະລິດສັງຄົມນິຍົມເປັນຕົ້ນ: ຈັດຕັ້ງສະຫະກອນ ຫຼື ກຸ່ມຜະລິດ-ການບໍລິການຢູ່ຂັ້ນບ້ານ ເພື່ອແກ້ໄຂລັກສະນະເສດຖະກິດທຳມະຊາດ, ເອກະເທດ,ກຸ້ມຕົນເອງ ພໍໃຜພໍລາວ ມາສູ່ການຈັດຕັ້ງພົວພັນຜະລິດສັງຄົມນິຍົມ ໂດຍສອດຄ່ອງກັບຈຸດພິເສດທ່າແຮງ ແລະ ຄວາມສະໝັກໃຈຂອງປະຊາຊົນ. ເນື້ອໃນທີ 3 ກໍ່ສ້າງກໍາລັງການຜະລິດ ສັງຄົມນິຍົມ, ເພາະການສ້າງຄົນຖືເປັນປັດໄຈໃນການພັດທະນາກຳລັງການຜະລິດສັງຄົມນິຍົມ, ສະນັ້ນຕ້ອງເຮັດໃຫ້ຄົນລາວ ໂດຍສະເພາະປະຊາຊົນ ຜູ້ເຮັດການຜະລິດ ແລະ ການບໍລິການ ມີປັນຍາຄວາມຮູ້, ຮູ້ຈັກວາງແຜນ,ຮູ້ຈັກໄລ່ລຽງ, ຮູ້ຈັດຕັ້ງ ແລະ ບໍລິຫານວຽກງານດ້ານຕ່າງໆ, ຮູ້ນຳໃຊ້ຜົນສຳເລັດ ແລະ ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກຂອງໂລກ.

ສົ່ງເສີມຕົວແບບ ແລະ ຜົນສໍາເລັດຕ່າງໆໃນການຜະລິດ ທີ່ເກີດຈາກພູມປັນຍາຂອງປະຊາຊົນ, ລັດຖະບານ ຕ້ອງຈັດຕັ້ງແຂ່ງຂັນ,ຄັດເລືອກ ແລະ ງານວາງສະແດງຕ່າງໆ ເພື່ອເປັນການເສີມສ້າງໃຫ້ກຳລັງໃຈ ແລະ ເປີດໂອກາດໃຫ້ປະຊາຊົນໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນຮ່ວມກັນ. ເນື້ອໃນທີ 4 ພັດທະນາບ້ານເຮືອນ ແລະ ທີ່ຢູ່ອາໃສ ທີ່ໄດ້ມາດຕະຖານ ເຊິ່ງຖືເປັນສັນຍາລັກໜຶ່ງຂອງການຢູ່ດີກິນດີ, ເປັນການແກ້ໄຂຂົ້ວຮັ່ງ-ຂົ້ວທຸກ ແລະ ຫຼຸດຜ່ອນຄວາມແຕກໂຕນ ລະຫວ່າງຊົນນະບົດ ກັບ ຕົວເມືອງ ແລະ ຕ້ອງດຳເນີນໄປພ້ອມໆກັນກັບການວາງແຜນຈັດຕັ້ງສະຫະກອນການຜະລິດ ແລະ ການບໍລິການ. ພັດທະນາໄປຕາມທິດທາງສີຂຽວ ແລະ ຍືນຍົງ. ເນື້ອໃນທີ 5 ການພັດທະນາດ້ານສັງຄົມ-ວັດທະນະທຳ ໂດຍກ່ອນອື່ນແມ່ນເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ໃນໝູ່ປະຊາຊົນລາວບັນດາເຜົ່າຕ່າງໆ, ເຮັດໃຫ້ທຸກຄົນເຂົ້າໃຈແນວທາງນະໂຍບາຍ, ມີສະຕິເຄົາລົບລະບຽບກົດໝາຍ ທັງມີສະຕິຕໍ່ກົນອຸບາຍ ແບ່ງແຍກຄວາມສາມັກຄີລະຫວ່າງເຜົ່າ ກໍຄືການສວຍໃຊ້ບັນຫາສາສະໜາ ແລະ ປາກົດການຫຍໍ້ທໍ້ຕ່າງໆ, ສົ່ງເສີມການອະນຸລັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນເອກະລັກອັນດີງາມຂອງເຜົ່າກໍຄືຂອງຊາດ, ປຸກລະດົມປະຊາຊົນໃຫ້ມີຈິດໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອກັນທີ່ເປັນມູນເຊື້ອອັນດີງາມຂອງຄົນລາວ. ຂ່າວ-ພາບ: ຄຳຫຼ້າ-ຈັນທະວີສັກ (ນສພ ຈຳປາໃຫ່ມ)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.