ວັດພະທາດໂພນແພງ ວັດເກົ່າແກ່ທີ່ຖືກປະຖີ້ມໃຫ້ປ່າປົກຫຸ້ມ ທີ່ ແຂວງຊຽງຂວາງ
ໃນວັນທີ 20/3/2019 ຜ່ານມາ ມີຜູ້ໃຊ້ເຟສບຸກຊື່ Bhante Somphouang Thitavāyāmo ໂພສຂໍ້ຄວາມ ແລະ ຮູບພາບ ລະບຸວ່າ : ນີ້ແມ່ນ ວັດພະທາດໂພນແພງ ເປັນວັດເກົ່າແກ່ທີ່ຖືກປະຖີ້ມໄປ ໂດຍວັດດັ່ງກ່າວແມ່ນ ຕັ້ງຢູ່ລະຫວ່າງກາງ ບ້ານສີ ,ບ້ານນາຊູ ແລະ ບ້ານໝອງ ເມືອງແປກ ແຂວງຊຽງຂວາງ ພ້ອມລະບຸຂໍ້ຄວາມເນັ້ນຕື່ມວ່າ “ ເປັນວັດທີ່ເກົ່າແກ່ຫຼາຍ ຍັງບໍ່ມີໃຜເຂົ້າໄປສຳຫຼວດ ແລະ ປ່າປົກຫຸ້ມໄວ້ ”. ຝາກພາກສ່ວນກ່ຽວຂ້ອງເຂົ້າໄປສໍາຫຼວດ ແລະ ເກັບຂໍ້ມມູນຕື່ມ ເພື່ອສາມາດບູລະນະໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຫຼື ນັ່ງວິປັດສະນາຂອງຊາວພຸດໄດ້.
___________
Post a Comment