Header Ads

ເຫດຄາດຕະກຳຄູບາທີ່ວັດປ່າບ້ານຫ້ວຍ ເຈົ້າໜ້າທີ່ເລັ່ງສືບສວນ ແຕ່ຜູ້ຖືກຫາຍັງຄົງປະຕິເສດ



ເຫດຄາດຕະກຳຄູບາດັ່ງກ່າວແມ່ນໄດ້ເກີດ ຂຶ້ນໃນວັນທີ 17 ມີນາ 2019 ຢູ່ທີ່ວັດປ່າປະຖົມມະນາບ້ານ ຫ້ວຍ, ນະຄອນ ໄກສອນ ພົມ ວິຫານ ແຂວງສະຫວັນນະ ເຂດ, ເຊິ່ງມີຄົນພົບເຫັນຄູບາ ນອນຕາຍ ໃກ້ກັບກຸດຕິຂອງ ເພິ່ນເອງໃນເວລາ 6 ໂມງ ຈາກການຖືກຍິງດ້ວຍອາວຸດ ປືນ. ດັ່ງນັ້ນ ຈຶ່ງໄດ້ແຈ້ງໃຫ້ ເຈົ້າໜ້າທີ່ລົງໄປຊັນນະສູດ ເພື່ອຊອກຫາຕົ້ນຕໍຂອງເຫດ ການຄັ້ງນີ້.



ຕາມການລາຍງານຂອງທ່ານ ພັຕ ແອໄຊ ສີບຸນເຮືອງ ຮອງຫົວໜ້າພະແນກສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງ ໄດ້ແຈ້ງໃຫ້ຮູ້ວ່າ: ມີເຫດຄາດຕະກຳ ຢູ່ວັດປ່າບ້ານຫ້ວຍ ທາງເຈົ້າ ໜ້າທີ່ວິຊາສະເພາະພວກເຮົາ ກໍ່ໄດ້ລົງກວດກາ ຊັນນະສູດສະຖານທີ່ເກີດເຫດ ແລະຊາກສົບ, ຜ່ານການສອບຖາມພະຍານອ້ອມຂ້າງຈຶ່ງຮູ້ວ່າ: ຜູ້ເສຍຊີວິດຖືກຍິງດ້ວຍອາວຸດປືນແກັບ ແລະໄດ້ຮູ້ຊື່ວ່າ ຍາພໍ່ ຕຸ ອາຍຸ 64 ປີ, ເຊິ່ງນອນເສຍຊີວິດຢູ່ໃນທ່າຕະແຄງຂວາ ແລະໄດ້ພົບເຫັນຮ່ອງຮອຍລູກປືນ ຈຳນວນ 2 ຈຸດຄື: ຈຸດທີ 1 ຢູ່ບໍລິເວນຊະໂພກຊ້າຍ, ບາດແຜເປັນວົງເລິກເຂົ້າໄປໃນ 8 Cm, ມີຄວາມກວ້າງ 1,5 ຊັງຕີແມັດ ແລະມີຂະເໝົ່າໝື້ ຕິດຢູ່ອ້ອມບາດແຜ, ຈຸດທີ 2 ແມ່ນຢູ່ລຸ່ມກ້ອງຂີ້ແຮ້ເບື້ອງຊ້າຍ ເລິກ 12 ຊັງຕີແມັດ, ເປັນຮູຂະໜ!ດ 1 ຊັງຕີແມັດ, ສ່ວນທາງເລິກແມ່ນບໍ່ສາມາດແທກໄດ້ ເພາະມີຮູອຸດຕັນ, ຄາດວ່າ ການຍິງແມ່ນຢູ່ໃນໄລຍະທີ່ໃກ້.

ຕາມການສອບສວນພະຍານອ້ອມຂ້າງຄື: ຈົວ ແຫຼ້ ໄດ້ໃຫ້ຂໍ້ມູນວ່າ: ໃນເວລາ 20 ໂມງ ຂອງວັນທີ 16 ມີນາ ຜູ້ກ່ຽວໄດ້ເຫັນ ຍາພໍ່ ຕຸ ເຂົ້ານອນຢູ່ໃນກຸດຕິຂອງເພິ່ນ ຕາມປົກກະຕິ ແລະຈົນຮອດເວລາ 22 ໂມງຂອງຄືດຽວກັນ ຈົວ ແຫຼ້ ກໍ່ໄດ້ເຂົ້ານອນໃນກຸດຕິທີ່ຢູ່ໃກ້ກັນ. ຫຼັງຈາກນັ້ນ ໃນເວລາ 5 ໂມງເຊົ້າຂອງມື້ຕໍ່ມາ ຈົວ ແຫຼ້ ໄດ້ຕື່ນຈາກບ່ອນນອນ ແລ້ວຍ່າງໄປກຸດຕິ ຍາພໍ່ ຕຸ ກໍ່ເຫັນປະຕູຫ້ອງໄຂຢູ່ ແຕ່ບໍ່ເຫັນ ຍາພໍ່ ຕຸ ຢູ່ໃນຫ້ອງ, ຕົນເອງຈຶ່ງເຂົ້າໄປເອົາກາເຟມາຊົງດື່ມ, ຫຼັງຈາກດື່ມກາເຟແລ້ວ ກໍ່ໄດ້ຍ່າງໄປຈັບເອົາໄມ້ຟອຍ ເພື່ອໄປປັດກວາດໃບໄມ້, ພໍຍ່າງໄປໄດ້ປະມານ 10 ແມັດ, ຈຶ່ງເຫັນຍາພໍ່ ຕຸ ນອນຢູ່ກັບພື້ນ ຜູ້ກ່ຽວຈຶ່ງແລ່ນໄປເບິ່ງ ແລ້ວຮ້ອງຊື່ ແຕ່ຍາພໍ່ ຕຸ ບໍ່ຕື່ນ, ແລ້ວຜູ້ກ່ຽວກໍ່ເຫັນເລືອດ ຕິດຢູ່ຕາມຜ້າສະບົງ ແລະຕົນໂຕ, ຈາກນັ້ນ ຈຶ່ງໄດ້ໄປບອກຄົນຢູ່ບໍລິເວນໃກ້ຄຽງມາເບິ່ງ ແລະກໍ່ຮູ້ວ່າ ຍາພໍ່ ຕຸ ໄດ້ເສຍຊີວິດແລ້ວ.


ສ່ວນເປົ້າໝາຍໃນການກໍ່ເຫດຄັ້ງນີ້ ທາງເຈົ້າໜ້າທີ່ໄດ້ນຳເອົາສອບສອບສວນແລ້ວ ແຕ່ຜູ້ກ່ຽວຍັງປະເສດ ແລະທາງເຈົ້າໜ້າທີ່ຍັງຈະໄດ້ສືບສວນ-ສອບສວນຕໍ່ໄປ. ເພາະໄດ້ພົບຫຼັກຖານກໍ່ຄືປືນ 2 ກະບອກ, ທີ່ຄາດວ່າໄດ້ໃຊ້ໃນການກໍ່ເຫດຄັ້ງນີ້. ພາບ-ຂ່າວ : ນສພ ສະຫວັນພັດທະນາ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.