Header Ads

ເວເນຊູເອລ່າ ວິກິດໜັກ ເຖິງຂັ້ນວ່ານເງີນຖີ້ມແລກນໍ້າດື່ມ ເພາະເງີນໄຮ້ຄ່າ



ສໍານັກຂ່າວຕ່າງປະເທດລາຍງານວ່າ : ວັນທີ 15/3/2019 ຊາວເວເນຊູເອລ່າ ເຂົ້າສູ້ວິກິດໜັກຢ່າງໜັກໜ່ວງ ປະຊາຊົນພາກັນວ່ານເງິນຖີ້ມຈໍານວນຫຼາຍ ຈາກເຫດທີ່ເງິນບໍ່ມີຄຸນຄ່າ (ໄຮ້ລາຄາ), ນໍ້າດື່ມ ແລະ ອາຫານ ພາຍໃນປະເທກຂາດແຄນໜັກເຂົ້າສູ່ພາວະວິກິດຢ່າງໜັກ.  ໃນລາຍງານຂ່າວລະບຸເພີມເຕີມວ່າ ປະຊາຊົນແມ່ນກໍາລັງປະເຊີນກັບໄພອິດຫີວ ແລະ ຄວາມລໍາບາກໃນການເຂົ້າເຖິງອາຫານ, ນໍ້າດື່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມທັງບໍ່ມີໄຟຟ້າ ແລະ ນໍ້າປະປາໃຊ້.​





ຫຼ້າສຸດປະຊາຊົນ ແມ່ນມີການໂຮມໂຕກັນເພື່ອກັກເກັບນໍ້າເສຍ ເພື່ອປະທັງຊິວິດ ແລະ ຕ້ອງຫາອາຫານກິນຕາມຖັງເກັບຂີ້ເຫື່ຍອຕາມເສັ້ນທາງ ແລະ ບ້ານເຮືອນຄົນມີຖານະໃນ ເວເນຊູເອລ່າ. 









© ໂຕະນໍ້າຊາ | tonamcha.com
___________

Powered by Blogger.