Header Ads

ທ່ານ ຮອງນາຍົກ ລົງຕິດຕາມ-ຊຸກຍູ້ ການຟື້ນຟູຫລັງໄພພິບັດ ຢູ່ເມືອງສະໜາມໄຊ




ໃນວັນທີ 12 ມີນາ 2019 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານໂຄງການຟື້ນຟູຕ່າງໆ ຫລັງໄຟພິບັດ ຢູ່ 4 ຈຸດບ້ານຕັ້ງໃໝ່ ແລະ 9 ເຂດ ຂອງເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງມີເນື້ອທີ່ທັງໝົດ 2.140 ເຮັກຕາ. ໃນນັ້ນ, ຈຸດຫີນລາດ 510,13 ເຮັກຕາ, ຈຸດທ່າແສງຈັນມີ 138,95 ເຮັກຕາ, ຈຸດດົງບາກ 1.022,83 ເຮັກຕາ ແລະ ຈຸດສະໝອງໃຕ້ 468,09 ເຮັກຕາ.



ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິ ບັດບັນດາໂຄງການ ຈາກພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ກ່ຽວກັບຂໍ້ສະດວກ, ຫຍຸ້ງຍາກ ວິຖີດຳລົງຊີວິດທຳມາຫາກິນ, ການສຶກສາຂອງນ້ອງນັກຮຽນ, ລວມທັງການຮັກສາສຸຂະອະນາໄມ ແລະ ອື່ນໆ. ນອກນີ້ ຍັງລົງຕິດຕາມກວດກາການພັດທະນາຂອງ ວຽກບຸກເບີກເນື້ອທີ່ການຜະລິດຂອງປະ ຊາຊົນ, ວຽກງານຈັດສັນທີ່ພັກຊົ່ວຄາວ ແລະ ຖາວອນ, ວຽກງານການຄຸ້ມຄອງ-ບໍລິຫານສູນ, ວຽກງານປະເມີນຜົນກະທົບສິ່ງແວດລ້ອມ ແລະ ການຊົດເຊີຍຜົນເສຍຫາຍ, ວຽກຟື້ນຟູໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ມາຮອດປັດຈຸບັນ ມີທ່າອ່ຽງດີຂຶ້ນຫລາຍ ໂດຍສະເພາະ ການບຸກເບີກເນື້ອທີ່ການຜະລິດໄດ້ 60% ເພື່ອຮັບປະກັນກັບລະດູການຜະລິດໃນປີນີ້, ບຸກເບີກເນື້ອທີ່ປຸກສ້າງເຮືອນຖາວອນ ສໍາເລັດ 100% ແລະ ວຽກອື່ນໆ ໄດ້ສຳເລັດເປັນກ້າວໆ.


ທ່ານ ສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການລົງຊີວິດດ້ວຍຈິດໃຈທີ່ເຂັ້ມແຂງ, ຢູ່ຮ່ວມກັນໃຫ້ມີຄວາມສາມັກຄີຮັກແພງ-ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ພ້ອມກັນອອກແຮງເພີ່ມພູນຜະລິດຜົນ ສ້າງວຽກເຮັດງານທຳໃຫ້ຄອບຄົວມີຢູ່ກິນ, ພ້ອມນັ້ນໃຫ້ມີສະຕິເຝົ້າລະວັງການແຜ່ລະບາດຂອງພະຍາດໄຊ້ຍຸງລາຍ, ນອນໃນມຸ້ງ-ດື່ມນໍ້າຕົ້ມ ແລະ ເອົາໃຈ ໃສ່ປະຕິບັດບັນດາມະຕິ; ຄໍາສັ່ງ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ. ຂໍ້ມູນ: ຂ່າວສານປະເທດລາວ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.