Header Ads

ທ່ານນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສາທາລະນະລັດ ສະຫະພັນເຢຍລະມັນ



ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານ ນາງ ອັງເກລາ ແມກເກລ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນ ຢ່າງເປັນທາງການ, ໃນວັນທີ 12-13 ມີນາ 2019, ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລຶກ ຂອງການນໍາຂັ້ນສູງຂອງລາວ ທີ່ ສາທາລະນະລັດ ສະຫະພັນ ເຢຍລະມັນ  ແລະ ເປັນນິມິດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ   ເຢຍລະມັນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.



ໃນວັນທີ 13 ມີນາ 2019 ພາຍຫຼັງພິທີຕ້ອນຮັບທາງການຢ່າງສົມກຽດ ທີ່ສໍານັກງານນາຍົກລັດຖະມົນຕີ ສສ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ, ການພົບປະໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ສ້າງສັນ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີມາຍາວນານ ລະຫວ່າງ ສອງປະເທດ, ນັບຕັ້ງແຕ່ ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 31 ມັງກອນ 1958 ເປັນຕົ້ນມາ. ການຊ່ວຍເຫຼືອຂອງເຢຍລະມັນ ແກ່ ສປປ ລາວ ແມ່ນສຸມໃສ່ສອງຂະແໜງການບຸລິມະສິດ ຄື: ການຮ່ວມມືທາງດ້ານເຕັກນິກ ຜ່ານອົງການຮ່ວມມືສາກົນ ເພື່ອການພັດທະນາ ເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນ ຜ່ານທະນາຄານສິນເຊື່ອ ເພື່ອການພັດທະນາເຢຍລະມັນ (KFW) ໂດຍສອດຄ່ອງກັບເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ເປັນຕົ້ນແມ່ນ ເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຍຸດທະສາດການເຕີບໂຕສີຂຽວ (Green growth), ການພັດທະນາຊັບພະຍາ ກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ການກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ, ລວມທັງ ທຸລະກິດຂະໜາດກາງ (SME) ແລະ ຈຸລະວິສາຫະກິດ (MSME). 



ສໍາລັບການຊ່ວຍເຫຼືອໃນປີ 2018-2020 ມີມູນຄ່າສູງເຖິງ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເຫຼືອເພື່ອບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີເຮົາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ກໍ່ຄືປະຊາຊົນເຢຍລະມັນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິຜົນຢ່າງແທ້ຈິງ. ຄຽງຄູ່ກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ດ້ານເສດຖະກິດການຄ້າ, ການລົງທຶນ, ການສຶກສາ ແລະ ອຶ່ນໆ. ໃນຂະນະດຽວກັນນັ້ນ, ຝ່າຍເຢຍລະມັນ ຍັງໄດ້ຢືນຢັ້ນທີ່ຈະສືບຕໍ່ເພີ່ມການຊ່ວຍເຫຼືອ ໃນການພັດທະນາກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ອັງເກລາ ແມກເກລ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເພິ່ນເຫັນວ່າສະດວກ, ເຊິ່ງຄູ່ຮ່ວມຕໍາແໜ່ງ ຝ່າຍເຢຍລະມັນ ໄດ້ຕອບຮັບດ້ວຍຄວາມຍິນດີ, ສ່ວນວັນເວລາຈະໄດ້ຮັບການຕົກລົງໂດຍຜ່ານຊ່ອງທາງການທູດ.




​​​​​​​ໃນໂອກາດຢ້ຽມຢາມທາງການ ສສ ເຢລະມັນ ຄັ້ງນີ້, ນອກຈາກການພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ອັງເກລາ ແມກເກລ ແລ້ວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຮັບການເຂົ້າຢ້ຽມຂໍ່ານັບ ຂອງປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ ພ້ອມດ້ວຍຄະນະ ແລະ ພົບປະໂອ້ລົມກັບຊຸມຊົນຄົນເຊື້ືອຊາດລາວ ທີ່ນະຄອນຫຼວງແບກແລງ. ພ້ອມກັນນັ້ນ, ສອງກະຊວງການຕ່າງປະເທດລາວ-ເຢຍລະມັນ ຍັງໄດ້ລົງນາມໃນຖະແຫຼງການຮ່ວມ ວ່າດ້ວຍການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເຢຍລະມັນ.ຊຶ່ງການຢ້ຽມຢາມທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ປະສົບຜົນສໍາເລັດ ຢ່າງອັນຈົບງາມທຸກປະການ. ພາບ-ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.