Header Ads

ຮອງນາຍົກ ເນັ້ນຂະແໜງການເງິນ ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ



ປັດຈຸບັນ ປະກົດການ ພະຍາດອາດຍາສິດ ແລະ ລະເມີດສິດເປັນເຈົ້າຂອງປະຊາຊົນ, ນັບທັງການສວຍໃຊ້ໜ້າທີ່ຕຳແໜ່ງ, ລະເມີດລະບຽບ-ກົດໝາຍ ແລະ ການສໍ້ລາດບັງຫລວງ ແມ່ນມີລັກສະນະຮ້າຍແຮງ, ແກ່ຍາວມາຫລາຍປີ ເກີດຂຶ້ນຢ່າງແຜ່ຫລາຍ ໃນຖັນແຖວສະມາຊິກພັກ-ພະນັກ ງານ ທຸກລະດັບ ເຊິ່ງມີທ່າອ່ຽງສັບສົນ, ແກ້ໄຂໄດ້ຍາກ, ບາງກໍລະນີ ເຈົ້າໜ້າທີ່ຂອງພັກ, ລັດ ຍັງກ່ຽວຂ້ອງໂດຍກົງກັບການຄ້າຂາຍເຖື່ອນເປັນຕົ້ນ ບັນຫາໄມ້, ຢາເສບຕິດ ແລະ ອື່ນໆ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມສະຫລຸບວຽກງານການຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາປະຈໍາປີ 2018 ໃນວັນທີ 13 ມີນາ 2019 ໂດຍໄດ້ເນັ້ນໃຫ້ ຄະນະພັກ, ຄະນະນຳກະຊວງ ກໍຄືພະນັກ ງານ-ລັດຖະກອນຂະແໜງການເງິນ ໃນຂອບເຂດທົ່ວປະເທດ ຈົ່ງມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ພ້ອມກັນແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນດັ່ງກ່າວ ໃຫ້ຫລຸດໜ້ອຍຖອຍລົງ, ທັງເອົາໃຈໃສ່ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ກໍຄືເນື້ອໃນມະຕິ,

ຄໍາສັ່ງ ຂໍ້ກໍານົດຕ່າງໆຂອງພັກ, ກົດໝາຍ, ນິຕິກໍາລຸ່ມກົດໝາຍຕ່າງໆ ໂດຍສະເພາະແມ່ນມະຕິ ຄໍາສັ່ງ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານຕິດຕາມ ກວດກາ, ການສະກັດກັ້ນ ແລະ ການສໍ້ລາດບັງຫລວງ ຕ້ອງໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງຂອງປະຊຸມວຽກງານກວດກາເທື່ອນີ້ໃຫ້ເກີດຜົນເປັນຈິງ. ພ້ອມນັ້ນ ຕ້ອງມີການສະຫລຸບຕີລາຄາຊອກຫາສາເຫດ ແລະ ຖອດຖອນບົດຮຽນວຽກງານຕິດຕາມ ກວດກາຢູ່ບັນດາກົມ ແລະ ທ້ອງຖິ່ນຂອງຕົນ ໃຫ້ເລິກເຊິ່ງຖືກຕົວຈິງ ເພື່ອວາງທິດທາງແຜນການແກ້ໄຂ.

ສຳລັບວຽກງານຈຸດສຸມທີ່ຕ້ອງສືບຕໍ່ສູ້ຊົນປະຕິບັດໃນປີ 2019, ພາກສ່ວນກ່ຽວຂ້ອງ ຕ້ອງຈິດໃຈບຸກບືນກວ່າເກົ່າ ເຮັດໃຫ້ວຽກງານຕິດຕາມ ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ; ກົມກວດກາ ຂະແໜງກວດກາ ຕ້ອງມີແຜນເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ບັນດາກົມກອງ ແລະ ທ້ອງຖິ່ນ ປະຕິບັດໜ້າທີ່ຕິດຕາມ ກວດກາ ດ້ວຍຄວາມຮັບຜິດຊອບຢ່າງເປັນປົກກະຕິ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງຢ້ຳໃຫ້ເອົາໃຈໃສ່ຊີ້ນໍາ ແລະ ສຸມໃສ່ຕິດຕາມ ກວດກາການຄຸ້ມຄອງບໍລິຫານລັດໃນແຕ່ລະກົມ ເຊັ່ນ: ຕິດຕາມ, ກວດກາ, ການປະຕິບັດພາລະບົດບາດ ໜ້າທີ່ການໃຊ້ສິດອໍານາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ການເກັບລາຍຮັບເຂົ້າງົບປະມານ-ແກ້ໄຂການຮົ່ວໄຫລ, ການຄຸ້ມຄອງລາຍຈ່າຍ ລວມທັງບ້ວງທຶນແກ້ໄຂໄພພິບັດຕ່າງໆ; ສືບຕໍ່ປະຕິບັດມາດຕະການ ຕິດຕາມ, ກວດກາເລີ່ມແຕ່ຫົວທີ ຕໍ່ການປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະ ໂຄງການກໍ່ສ້າງພື້ນຖານໂຄງລ່າງປີ 2019;

ເພີ່ມທະວີການຕິດຕາມ ກວດກາ ຢູ່ດ່ານຕ່າງໆ ແລະ ການລັກລອບຢູ່ລຽບຕາມຊາຍແດນ ເມື່ອພົບເຫັນຜູ້ລະເມີດຕ້ອງແກ້ໄຂຢ່າງເຂັ້ມງວດ ທັນການ ຕາມລະບຽບກົດໝາຍ; ສືບຕໍ່ກວດກາຕິດຕາມ ແກ້ໄຂຜົນການກວດສອບ ສົກປີ 2018 ແລະ ບັນດາສົກປີທີ່ຍັງຄົງຄ້າງຕາມການຮັບຮອງຂອງສະພາແຫ່ງຊາດ; ກວດກາ-ເກັບກູ້ການເສຍຫາຍຈາກການຍົກເວັ້ນພາສີ-ອາກອນ ພ້ອມທັງເຂັ້ມງວດ ຕໍ່ການປະຕິບັດກົດໝາຍພາສີ-ອາກອນ ແລະ ລະບຽບ-ກົດໝາຍ ອື່ນໆ ທີ່ກ່ຽວຂ້ອງ ສ້າງກົນໄກການປະສານງານໃຫ້ມີຄວາມຊັດເຈນ.

ສິ່ງສຳຄັນຕ້ອງເອົາໃຈໃສ່ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ-ພະນັກງານ ສົ່ງຜົນກະທົບເຖິງຄວາມເຫລື້ອມໃສ ແລະ ຄວາມເຊື່ອໜັ້ນຂອງມະຫາຊົນ ຕໍ່ການນໍາພາຂອງພັກ ຄວາມສັກສິດຂອງການຄຸ້ມຄອງລັດ ແລະ ຄວາມໜັ້ນຄົງຂອງລະບອບ ປະຊາທິປະໄຕ ປະຊາຊົນ;


ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫລວງ ໂດຍການອອກເປັນກົນໄກ ລະບຽບການລະອຽດ ເພື່ອເປັນເຄື່ອງມືຄຸ້ມຄອງ-ອັດຊ່ອງວ່າງທີ່ຈະເກີດມີການສໍ້ລາດບັງຫລວງ ສືບຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມມະຕິ ວ່າດ້ວຍການແກ້ໄຂພະຍາດອາດຍາສິດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ມີຜົນສຳເລັດສູງກວ່າເກົ່າ. ພາບ-ຂ່າວ: ຂປລ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.