Header Ads

ພົນລະເມືອງດີ ຊ່ວຍເຫຼືອຊາວຕ່າງປະເທດທີ່ມາທ່ຽວລາວ ທີ່ຖືກໂຈນປຸ້ນຈົນໝົດໂຕ



ຜູ້ໃຊ້ເຟສບຸກຊື່ Andiw Phimmaseng ໂພສຂໍ້ຄວາມ ແລະ ພາບໃນວັນທີ 21/03/2019 ລະບຸວ່າ : ມີວ່າລຸງຝຣັ່ງຄົນໜື່ງມາທ່ຽວລາວລາວແລ້ວຖືກຄົນບໍ່ດີໄດ້ປຸ້ນເອົາເຄື່ອງ ແລພ ເງິນຈົນໝົດໂຕ ແລະ ບັດເຄຣດິດລາວກະໃຊ້ບໍ່ໄດ້. ປັດຈຸບັນ ຜູ້ກ່ຽວໄດ້ໃຫ້ການຊ່ວຍເຫຼືອລາວຢ່າງເຕັມທີ່ ດ້ວຍການໃຫ້ທີ່ພັກ ແລະ ອາຫານ ພ້ອມດຽວກັບທາງຄອບຄົວແມ່ນຮູ້ສຶກອິຕົນຝຣັ່ງຄົນນັ້ນ ຈຶ່ງໄດ້ລົມກັນແລະ ຊ່ວຍລາວເປັນເງິນສົດຈໍານວນ 800$  ປີ້ຍົນ-620$ ໃຫ້ລາວຖືເງີນສົດຕິດໂຕກັບບ້ານລາວອີກຈໍານວນ 180$  ເຊິ່ງປັດຈຸບັນ ຝຣັ່ງຄົນດັ່ງກ່າວແມ່ນເດີນທາງເຖິງປະເທດອັງກິດ ຢ່າງປອດໄພ ໃນວັນທີ 23/03/2019.











ທີມງານ tonamcha.com ຂໍຊົມເຊີຍຕໍ່ນໍ້າໃຈອັນປະເສີດຂອງຜູ້ທີ່ໃຫ້ການຊ່ວຍເຫຼືອຝຣັ່ງຄົນດັ່ງກ່າວທີ່ປະສົບເຫດອັນບໍ່ຄາດຄິດຢູ່ບ້ານເຮົາ . 




© ໂຕະນໍ້າຊາ | tonamcha.com
___________



Powered by Blogger.