Header Ads

ເຈົ້າໜ້າທີ່ກອງກວດກາປ່າໄມ້ ກັກລົດເມລັກລອບຂົນໄມ້ອອກນອກປະເທດ




ວັນທີ 21/3/2019 ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ສະຫວັນນະເຂດ ໄດ້ກວດພົບອີກ ລົດໂດຍສານລະຫວ່າງປະເທດ ທີ່ມີການດັດແປງເປັນບ່ອນຊຸກເຊື່ອງສິນຄ້າຜິດກົດໝາຍເພື່ອປິດບັງຕາເຈົ້າໜ້າທີ່  ໂດຍລົດເມຄັນດັ່ງກ່າວໄດ້ຊຸກເຊື່ອງໄມ້ປະເພດຫວງຫ້າມ ເພື່ອຈະນຳອອກໄປຫວຽດນາມ ທາງຊາຍແດນລາວບາວ ແຕ່ມາຖືກເຈົ້າໜ້າທີ່ກວດພົບເສຍກ່ອນ ຈຶ່ງໄດ້ຢຶດລົດເມຄັນດັ່ງກ່າວເອົາໄວ້ເພື່ອດຳເນີນຄະດີຕາມກົດໝາຍບ້ານເມືອງຕໍ່ໄປ.  ສໍາລັບລາຍລະອຽດ ມູນຄ່າ ແລະ ຈໍານວນໄມ້ທີ່ກັກໄວ້ ແມ່ນຍັງຢູ່ໃນຂະບວນການສອບສວນສືບສວນຂອງເຈົ້າໜ້າທີ່. 








© ໂຕະນໍ້າຊາ | tonamcha.com
___________

Powered by Blogger.