Header Ads

ຍທຂ ປະຕິບັດວິໄນພະນັກງານ-ລັດ ຖະກອນ ດ້ານບໍລິຫານ 800 ກວ່າຄົນ ທີ່ມີພຶດຕິກໍາການສໍ້ລາດບັງຫຼວງ


ນສພ ຄວາມສະຫງົບ  ລາຍງານວ່າ: ໃນປີ 2018 ຜ່ານມາ, ກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາພະນັກງານ-ລັດຖະກອນ ພົບເຫັນບຸກຄົນທີ່ມີພຶດຕິກໍາສໍ້ລາດບັງຫຼວງ 1002 ຄົນ. ໃນນີ້, ຖືກປະຕິບັດວິໄນດ້ານບໍລິຫານ 800 ກວ່າຄົນ ສະເລ່ຍຜົນເສຍຫາຍເປັນຈໍານວນຫຼວງຫຼາຍ.



ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າກົມກວດກາໄດ້ກ່າວໃນກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2018 ແລະ ປາຖະກະຖາວັນສ້າງຕັ້ງອົງການກວດກາພັກ- ລັດ ຄົບຮອບ 37 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ ທີ່ຈັດຂຶ້ນໃນລະຫວ່າງວັນທີ 20-21 ມີນານີ້ ໂດຍການເປັນປະທານຂອງ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ ວ່າ: ໃນປີ 2018, ກົມກວດກາໄດ້ປະຕິບັດວຽກງານວິຊາສະເພາະໃນທົ່ວປະເທດດ້ວຍຄວາມຮັບຜິດຊອບສູງ, ເຊິ່ງສາມາດກວດກາພົບເຫັນພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງທັງໝົດ 105 ເປົ້າໝາຍ; ໃນນີ້, ກວດກາຜູ້ທີ່ມີພຶດຕິກໍາສໍ້ລາດບັງຫຼວງທັງໝົດ 1.285 ຄົນ, ເປັນພະນັກງານລັດ 970 ຄົນ, ຜູ້ປະກອບການ 315 ຄົນ; ກວດກາພົບເຫັນຜູ້ທີ່ມີພຶດຕິກໍາການສໍ້ລາດບັງຫຼວງທັງໝົດ 1.002 ຄົນ, ຖືກປະຕິບັດວິໄນດ້ານບໍລິຫານຈໍານວນ 849 ຄົນ, ສືບສວນ-ສອບສວນຈໍານວນ 153 ຄົນ, ໄດ້ສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການຈໍານວນ 113 ຄົນ, ໄອຍະການຖະ ແຫຼງໃຫ້ສານຈໍານວນ 61 ຄົນ ແລະ ສານຕັດສິນແລ້ວ 55 ຄົນ. ພ້ອມນີ້, ຍັງພົບເຫັນຜົນເສຍຫາຍ 846,44 ຕື້ກີບ; 309,97 ລ້ານບາດ; 599.074 ໂດລາສະຫະລັດ; 32.000 ຢວນ; ສາມາດເກັບກູ້ຄືນໄດ້ 370,29 ຕື້ກີບ; 24,25 ລ້ານບາດ; 262.000 ໂດລາສະຫະລັດ ແລະ 32.000 ຢວນ.




ທ່ານຍັງໃຫ້ຮູ້ຕື່ມວ່າ: ພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນແມ່ນການສວຍໃຊ້ສິດອໍານາດໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກສໍ້ໂກງຊັບຂອງລັດ, ການລັກລອບປອມແປງມາດຕະຖານເຕັກນິກກໍ່ສ້າງ ແລະອື່ນໆ. ຢ່າງໃດກໍຕາມ, ໃນຕໍ່ໜ້າກົມກວດກາຈະສືບຕໍ່ສຸມໃສ່ຕິດຕາມ-ກວດກາຂົງເຂດທີ່ມີຄວາມສ່ຽງທີ່ເກີດມີພຶດຕິກໍາການສໍ້ລາດບັງຫຼວງ ເປັນຕົ້ນແມ່ນການເກັບລາຍຮັບພາສີ-ອາກອນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະ ມານ, ການຈັດຊື້-ຈັດຈ້າງ, ການຄຸ້ມຄອງນໍາໃຊ້ທີ່ດິນ ແລະອື່ນໆ ເມື່ອພົບເຫັນພະນັກງານ-ລັດຖະກອນບໍ່ວ່າຈະຢູ່ໃນຖະນະຕໍາແໜ່ງໃດກໍຕາມແມ່ນຈະຕ້ອງໄດ້ດໍາເນີນການສຶກສາອົບຮົມ, ປະຕິບັດວິໄນ, ສືບສວນ-ສອບສວນຢ່າງທັນການ, ເຂັ້ມງວດ ແລະ ເດັດຂາດຕາມລະບຽບກົດໝາຍ. ພາບ-ຂ່າວ: ນສພ ຄວາມສະຫງົບ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.