Header Ads

ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ I ຄືບໜ້າແລ້ວ 54,2% ແລະ ການຍົກຍ້າຍບ້ານເຮືອນຂອງປະຊາຊົນ ຈະໃຫ້ສຳເລັດທ້າຍ ເດືອນເມສາ 2019 ນີ້


ການນຳຂອງແຂວງນຳ ໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວສະຫວັນນະເຂດ ພ້ອມ ດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການໂຍກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງ ການກໍ່ສ້າງເຂື່ອນໄຟຟ້າເຊລະ ນອງ 1 ພ້ອມທັງລົງເບິ່ງຕົວຈິງ ການຈັດສັນບ້ານເຮືອນທີ່ຕັ້ງ ໃໝ່ ແລະເບິ່ງແບບມາດຕະຖານ ແລະການອອກແບບເຮືອນ ຂອງປະຊາຊົນໃຫ້ມີຄວາມ ແໜ້ນໜາ ແລະຮັບປະກັນທາງ ດ້ານໂຄງສ້າງຂອງເຮືອນແຕ່ ລະຫຼັງ ໂດຍມີພະແນກການທີ່ກ່ຽວຂ້ອງລົງຕິດຕາມຢ່າງໃກ້ຊິດ.



ເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ຕອນລຸ່ມຂອງນ້ຳເຊລະ ນອງ ເຊິ່ງເປັນສາຂາຂອງນ້ຳ ເຊບັ້ງຫຽງ, ຫ່າງຈາກເມືອງ ພີນປະມານ 42,8 ກິໂລແມັດ ແລະຫ່າງຈາກເທສະບານ ແຂວງສະຫວັນນະເຂດ 180ກິ ໂລແມັດ, ລະ​ດັບ​ເກັບ​ກັກ​ນ້ຳ ຄວາມຈຸທີ່ກົງກັບລະດັບລະ ດັບດັ່ງກ່າວແມ່ນ 881.000.000 ແມັດກ້ອນ, ຄວາມຈຸທີ່ສາມາດ ປັບໄດ້ 284.000.000 m, ມີຄວາມສາມາດໃນການປັບ ປະຈຳປີ, ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງ ງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງ ການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ, ຮອດທ້າຍເດືອນ 2 ປິ2019 ໄດ້ສຳເລັດໂຄງການກໍ່ສ້າງໄປ ແລ້ວ 54,6 ລ້ານໂດລາສະ ຫະລັດ, ເທົ່າກັບ 54,2% ຂອງ ມູນຄ່າລວມ.



ສາຍສົ່ງ 115 kv, ລວງຍາວ 32,8 km ເຊື່ອມຕໍ່ກັບສະຖານີເມືອງພີນ, ປະຈຸບັນນີ້ ທາງໄຟຟ້າລາວ ກຳລັງເຮັດວຽກເກັບກຳຂໍ້ມູນຜົນກະທົບສິ່ງແວດລ້ອມ ແລະສຳຫຼວດແລວສາຍສົ່ງ. ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການມີທັງໝົດ 2 ບ້ານຄື: ບ້ານລະເບົານ້ຳ ແລະ ບ້ານລອຍນ້ຳ, ມີຄອບຄົວທີ່ ຈະຕ້ອງໄດ້ຍົກຍ້າຍທັງໝົດ 88 ຫຼັງຄາເຮືອນ, ມີ 489 ຄົນ, ເນື້ອທີ່ກໍ່ສ້າງເຮືອນໃໝ່ມີ 6.142 m2 , ໄດ້ກໍ່ສ້າງໂຮງຮຽນລະດັບອະນຸບານຫາມັດ ທະຍົມ 14 ຫ້ອງ, ສຸກສາລາ 8 ຫ້ອງ, ຫ້ອງການບ້ານ ແລະ ຫ້ອງປະຊຸມບ້ານ 3 ຫ້ອງ ແລະ ຕະຫຼາດຂາຍເຄື່ອງ, ກໍ່ສ້າງ ສາຍສົ່ງ 22 kv 7 ກິໂລແມັດ, ເຈາະນ້ຳບາດານ 6 ບໍ່, ກໍ່ ສ້າງທາງເຂົ້າບ້ານຈັດສັນ 9,5 ກິໂລແມັດ. ຕາມແຜນ ໂຄງການກໍ່ສ້າງ ແລະການ ຜະລິດໄຟຟ້າແມ່ນ: ການຍົກ ຍ້າຍບ້ານເຮືອນຂອງປະຊາຊົນ ແມ່ນຈະໃຫ້ສຳເລັດທ້າຍ ເດືອນເມສາ 2019, ເລີ່ມຕັນ ນ້ຳທ້າຍເດືອນພຶດສະພາ 2019, ກໍ່ແລວສາຍສົ່ງ ໃນ ທ້າຍເດືອນກັນຍາ 2019, ເລີ່ມຜະລິດໄຟເຄື່ອງຈັກໜ່ວຍທີ 1 ໃນທ້າຍເດືອນຕຸລາ 2019, ເລີ່ມຜະລິດໄຟເຄື່ອງຈັກໜ່ວຍທີ 2 ໃນວັນທີ 31 ທັນວາ 2019.


ສ່ວນປະຫວັດຄວາມເປັນມາ ຂອງໂຄງການນີ້: ໃນວັນທີ 28 ມິຖຸນາ 2011 ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ (MOU) ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດຊັນເປ ເປີ້ໂຮນດິງລາວ ແລະກຸ່ມບໍລິ ສັດດາວສະຫວັນ ລົງທຶນກໍ່ ສ້າງຈຳກັດ. ໃນວັນທີ 19 ມັງ ກອນ 2015 ໄດ້ເຊັນສັນຍາພັດ ທະນາໂຄງການ (PDA), ໃນວັນທີ 28 ທັນວາ 2017 ໄດ້ເຊັນສັນຍາສຳປະທານ ໂຄງການ (CA)ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບບໍລິສັດໄຟຟ້າເຊລະນອງ 1 ຈຳກັດ(ບໍລິສັດໂຄງການ), ໃນວັນທີ 29 ທັນວາ 2017 ບໍລິສັດໄຟຟ້າເຊລະນອງ 1 ຈຳ ກັດໄດ້ເຊັນສັນຍາຊື້ຂາຍໄຟ ຟ້າກັບລັດວິສາຫະກິດໄຟຟ້າ ລາວ (EDL), ການກໍ່ສ້າງ ຢ່າງເປັນທາງການໄດ້ເລີ່ມ ຂຶ້ນໃນວັນທີ 1 ກໍລະກົດ 2017. ໃນໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະຍັງໄດ້ລົງເບິ່ງຂັ້ນ ຕອນການກໍ່ສ້າງເຂື່ອນໃນພື້ນທີ່ຕົວຈິງ, ລົງເບິ່ງພື້ນທີ່ສຳລັບ ບຸກເບີກເນື້ອທີ່ປູກຝັງຂອງປະ ຊາຊົນ ແລະລົງເບິ່ງພື້ນທີ່ທີ່ ນອນໃນສາຍເຊລະນອງ(ເຂດຈຸດສຸມຕັງອາໄລ) ທີ່ມີຄວາມ ເປັນໄປໄດ້ໃນການສ້າງເຂື່ອນ ຂະໜາດນ້ອຍອີກດ້ວຍ. ພາບ-ຂ່າວ: ນສພ ສະຫວັນພັດທະນາ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.