Header Ads

ຢືນຢັນຕາມຫຼັກວິຊາການ ພະຍາດອະຫິວາໝູອາຟຣິກາ ບໍ່ສາມາດຕິດຕໍ່ໃສ່ຄົນໄດ້


ອີງຕາມການລາຍງານຂ່າວຂອງ ນສພ ເສດຖະກິດ-ສັງຄົມ  ໃນວັນທີ 21/03/2019 ວ່າ : ຜູ້ອຳນວຍການບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ເປີດເຜີຍວ່າເວລານີ້ເຖິງຈະມີກະແສຂ່າວກ່ຽວກັບພະຍາດອະຫິວາໝູອາຟຣິກາ ລະບາດຢູ່ປະເທດໃກ້ຄຽງກໍຕາມແຕ່ຈຳນວນການບໍລິການຂ້າສັດຢູ່ໂຮງງານດອນດູ່ຂອງບໍລິສັດໂດຍສະເພາະແມ່ນໝູແມ່ນຍັງມີຕົວເລກເພີ່ມຂຶ້ນຕາມຄວາມຕ້ອງການຂອງຜູ້ບໍລິໂພກທັງນີ້ໂຮງງານໄດ້ເນັ້ນເປັນພິເສດເລື່ອງຄວາມສະອາດຂະນະທີ່ຢືນຢັນຕາມຫຼັກວິຊາການພະຍາດດັ່ງກ່າວແມ່ນບໍ່ສາມາດຕິດຕໍ່ສູ່ຄົນໄດ້.

ທ່ານ ຄຳຫຼ້າ ແສງດາລາ ຜູ້ອຳນວຍການບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ (ໂຮງງານຂ້າສັດດອນດູ່ ເມືອງຫາຍຊາຍຟອງ) ໃຫ້ ສຳພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ເມື່ອວັນທີ 19 ມີນາຜ່ານມາຮູ້ວ່າ: ພາຍຫຼັງໄດ້ມີແຈ້ງການຈາກລັດຫ້າມບໍ່ໃຫ້ນຳເອົາຜະລິດຕະພັນຊີ້ນໝູຈາກປະເທດໃກ້ຄຽງໂດຍສະເພາະຈີນ ແລະຫວຽດນາມເຂົ້າມາລາວເນື່ອງຈາກມີການລະບາດຂອງພະຍາດອະຫິວາໝູອາຟຣິກາກໍ່ໄດ້ເຮັດໃຫ້ຫຼາຍຄົນມີຄວາມກັງວົນບໍ່ກ້າທີ່ຈະບໍລິໂພກຊີ້ນໝູຊຶ່ງພະຍາດດັ່ງກ່າວຕາມຫຼັກການແມ່ນບໍ່ສາມາດຕິດຄົນເຮົາໄດ້ຂະນະປະຈຸບັນສຳລັບໂຮງງານຂ້າສັດດອນດູ່ມີການບໍລິການຂ້າໝູເພື່ອຈຳໜ່າຍແມ່ນມີຕົວເລກເພີ່ີມຂຶ້ນຈາກປົກກະຕິເມື່ອກ່ອນ 210 ໂຕປະຈຸບັນ 230 ໂຕຕໍ່ມື້ຕາມຄວາມຕ້ອງການຂອງຜູ້ບໍລິໂພກທີ່ເພີ່ມຂຶ້ນ.

ສຳລັບການບໍລິການຂ້າສັດຢູ່ໂຮງງານຂ້າສັດດອນດູ່ໃນປະຈຸບັນໄດ້ມີການປັບປຸງໃຫ້ທັນສະໄໝຫຼາຍດ້ານ ແລະແຍກເປັນແຕ່ລະເຂດຢ່າງຄັກແນ່ ແລະມີການກວດພະຍາດສັດຢ່າງເອົາຈິງເອົາຈັງແຕ່ລະຂັ້ນຕອນກ່ອນເຂົ້າໂຮງງານປະຈຸບັນຊີ້ນໝູຢູ່ໂຮງຂ້າສັດທັນສະໄໝດອນດູ່ເມືອງຫາດຊາຍຟອງນອກຈາກຈະສະໜອ ງຈັດສົ່ງຫຼັກທົ່ວນະຄອນຫຼວງວຽງຈັນແລ້ວຍັງສົ່ງຂາຍຕ່າງແຂວງເຊັ່ນ: ໄຊຍະບູລີ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ຄຳມ່ວນ ແລະ ແຂວງອື່ນໆທາງພາກໃຕ້.


ແນວໃດກໍ່ດີເພື່ອຄວາມປອດໄພ ທ່ານ ຄຳຫຼ້າ ແສງດາລາ ໄດ້ແນະນຳຜູ້ບໍລິໂພກຈົ່ງເລືອກຊື້ຊີ້ນໝູທີ່ສະອາດປອດໄພຊຶ່ງມີໃຫ້ເລືອກທັງໝົດ 3 ຊ່ອງທາງຄື ຊີ້ນໝູທີ່ປົງຂາຍຢູ່່ພື້ນໃສ່ກະເປົາ ຫຼື ຜ້າລາຄາອາດຖືກສ່ຽງເລື່ອງຄວາມສະອາດ; ຕາມໂຕະຈັດສັນຢູ່ຕະຫຼາດລາຄາເປັນກາງ ແລະຕາມຕູ້ແຊ່ຫ້ອງວາງຂາຍທີມີລາຄາແພງທັງນີ້ກໍເພື່ອຮັບປະກັນຄວາມປອດໄພຂອງສຸຂະພາບ ແລະຊີວິດຂອງຜູ້ບໍລິໂພກ. ພາບ-ຂ່າວ : ນສພ ເສດຖະກິດ-ສັງຄົມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.