Header Ads

ຮ່ວມກັນປືກສາຫາລືການຟື້ນຟູ ຫລັງໄພພິບັດຢູ່ ສປປ ລາວ


ບັນດາອົງການຈັດຕັ້ງຂອງລັດຖະບານລາວ ແລະ ຄູ່ຮ່ວມພັດທະນາ ຈັດກອງປະຊຸມປຶກສາຫາລື ການຟື້ນຟູຫລັງໄພພິບັດຂອງ ສປປ ລາວ ໃນວັນທີ 8 ເມສາ 2019 ຢູ່ນະຄອນຫລວງວຽງຈັນ, ໂດຍສືບເນື່ອງມາຈາກສິ່ງທີ່ໄດ້ຄົ້ນພົບ ຈາກການປະເມີນຄວາມຕ້ອງການຫລັງເກີດໄພພິບັດ ໄລຍະເດືອນກັນຍາ ຫາ ເດືອນຕຸລາ 2018 ຜ່ານມາ, ເຊິ່ງການປຶກສາຫາລືຄັ້ງນີ້ ກໍເພື່ອຟື້ນຟູ ແລະ ປັບປຸງການເຂົ້າເຖິງການບໍລິການສັງຄົມຂັ້ນພື້ນຖານ ແລະ ການມີວຽກເຮັດງານທຳ, ການຍົກລະດັບຄວາມສາມາດໃນການຮັບມືກັບໄພນ້ຳຖ້ວມ ແລະ ໄພພິບັດທາງທຳມະຊາດອື່ນໆ ໂດຍຄາດຄາດເນຄວາມຕ້ອງການງົບປະ ມານໃນການຟື້ນຟູ ຈຳນວນ 4.423 ຕື້ກີບ ຫລື ປະມານ 520 ລ້ານໂດລາສະຫະລັດ.



ໃນບົດລາຍງານ ປະເມີນຄວາມຕ້ອງການຫລັງເກີດໄພພິບັດດັ່ງກ່າວ, ໄດ້ປະເມີນຄວາມເສຍຫາຍ ແລະ ການສູນເສຍທັງໝົດ ປະມານ 3.167 ຕີ້ກີບ ຫລື ປະມານ 372 ລ້ານໂດລາສະຫະລັດ, ເຊິ່ງເທົ່າກັບ 2,1% ຂອງລວມຍອດຜະລິດຕະພັນພາຍໃນ ທີ່ຄາດຄະເນໃນປີ 2018 ແລະ ຄວາມຕ້ອງການດ້ານງົບປະມານໃນການຟື້ນຟູ 4.423 ຕື້ກີບ ຫລື ປະມານ 520 ລ້ານໂດລາສະຫະລັດ. ນອກນີ້, ການປະເມີນດັ່ງກ່າວຍັງໄດ້ກຳນົດຂະແໜງການທີ່ເປັນບູລິມະສິດ ເຊິ່ງປະກອບມີ ການຄົມມະນາຄົມຂົນສົ່ງ, ກະສິ ກຳ ແລະ ທາງນ້ຳໄຫລຜ່ານ ລວມທັງຄວາມຕ້ອງການທີ່ສຳຄັນ ຂອງແຕ່ລະຂະແໜງການ.





ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ຕໍ່ກັບວຽກງານການຟື້ນຟູຫລັງໄພພິບັດດັ່ງກ່າວ, ໃນຕໍ່ໜ້ານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ຈະສືບຕໍ່ສົມທົບກັບກະ ຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການວາງແຜນກິດຈະກຳໂຄງ ການຟື້ນຟູຫລັງໄພພິບັດຢ່າງລະອຽດ, ການດຳເນີນງານສຳລັບການຟື້ນຟູຫລັງເກີດໄພພິບັດ ແມ່ນຈະໄດ້ຖືລະບຸໃນແຜນຟື້ນຟູຂອງກະຊວງ ແລະ ມີຄວາມສອດຄ່ອງກັບກົນໄກການວາງແຜນລະດັບຊາດ ເຊິ່ງລວມທັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນນັ້ນ ຫລັກການທີ່ເປັນຍຸດທະສາດສຳລັບການວາງແຜນລວມມີ: ການຟື້ນຟູການດຳລົງຊີວິດຂອງປະຊາຊົນໂດຍໄວ ແລະ ການຟື້ນຟູເສດຖະກິກໃນທ້ອງຖິ່ນ ໂດຍສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ ແລະ ດ້ອຍໂອກາດທີ່ສຸດ; ການຮັກສາໝາຫຜົນຂອງການພັດທະ ນາ; ການຟື້ນຟູຕ້ອງມີການປະສານງານທີ່ສອດຄ່ອງກັນ ແລະ ການສ້າງຄືນໃຫ້ດີກວ່າເກົ່າ. ຂ່າວ:  ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.