Header Ads

ຮອງນາຍົກ ຊີ້ນຳຫຼວງນໍ້າທາ ສືບຕໍ່ຈ່າຍເງິນເດືອນປົກກະຕິ ແລະ ເກັບລາຍຮັບໃຫ້ໄດ້ຕາມແຜນການ



ຮອງນາຍົກຊີ້ນຳອຳນາດການປົກ ຄອງກໍຄືພະແນກການເງິນແຂວງຫຼວງນໍ້າທາໃຫ້ເນັ້ນໜັກເອົາໃຈໃສ່ສືບຕໍ່ເບີກຈ່າຍເງິນເດືອນພະນັກງານ-ລັດຖະກອນເປັນປົກກະຕິ ພ້ອມກັບເກັບລາຍຮັບໃຫ້ໄດ້ຕາມເປົ້າທີ່ກະຊວງການເງິນວາງໃຫ້ ແລະໃຫ້ເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນໄປເລື້ອຍໆ.

ໃນໂອກາດເຂົ້າຮ່ວມພິທີປະກາດການຈັດຕັ້ງຮັບໜ້າທີ່ໃໝ່ຂອງກອງຄຸ້ມຄອງພາສີ I ແລະຄັງເງິນແຫ່ງຊາດປະຈຳແຂວງຫຼວງນໍ້າທາທີ່ຈັດຂຶ້ນເມື່ອວັນທີ 10 ເມສາຜ່ານມາ ທີ່ແຂວງຫຼວງນ້ຳທາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ ຊຶ່ງກ່ອນ ອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ວຽກງານຂອງພະແນກການເງິນແຂວງໃນໄລຍະຜ່ານມາ ພ້ອມດຽວກັນນີ້ທ່ານຍັງໄດ້ເນັ້ນໜັກແຂວງໃຫ້ເອົາໃຈໃສ່ສືບຕໍ່ເບີກຈ່າຍເງິນ ເດືອນພະນັກງານ-ລັດຖະກອນຢ່າງເປັນ ປົກກະຕິ ສ່ວນລາຍຮັບກໍໃຫ້ເອົາໃຈໃສ່ ເກັບໃຫ້ໄດ້ຕາມເປົ້າທີ່ກະຊວງການເງິນວາງອອກ ແລະໃຫ້ເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກງານໃຫ້ດີຂຶ້ນໄປເລື້ອຍໆ.



ສຳລັບຄະນະພັກຫາກຖານພະແນກ ການເງິນແຂວງຫຼວງນໍ້າທາປະກອບມີບັນດາໜ່ວຍພັກທີ່ຂຶ້ນກັບປະກອບມີຄື: ໜ່ວຍພັກພະແນກການເງິນແຂວງ, ໜ່ວຍພັກສ່ວຍສາອາກອນປະຈຳແຂວງ, ໜ່ວຍພັກຄັງເງິນແຫ່ງຊາດ ປະຈຳແຂວງ ແລະໜ່ວຍພັກຄຸ້ມຄອງພາສີ 1, ມີສະ ມາຊິກພັກທັງໝົດ 91 ສະຫາຍ, ຍິງ 27 ສະຫາຍ ສຳລັບໜ່ວຍພັກດ່ານພາສີບໍ່ ເຕນແມ່ນຂຶ້ນກັບຄະນະພັກຮາກຖານຄະ ນະຄຸ້ມຄອງດ່ານສາກົນບໍ່ເຕນ.

ໃນປີ 2019 ພູດສູນກາງໄດ້ມອບ ແຜນລາຍຮັບໃຫ້ແຂວງຫຼວງນ້ຳທາທັງ ໝົດ 309,1 ຕື້ກີບ ຜ່ານການປະຕິບັດ ໄຕມາດທຳອິດ (ມັງກອນ, ກຸມພາ, ມີ ນາ) ເກັບໄດ້ 76,5 ຕື້ກີບ ເທົ່າ 24,75% ຂອງແຜນການປີ, ທຽບໃສ່ໄລຍະດຽວ ຂອງປີຜ່ານມາເພີ່ມຂຶ້ນ 19,18% ໃນ ນີ້ເປັນລາຍຮັບພາສີ 60,2 ຕື້ກີບ, ສ່ວຍ ສາອາກອນ 14,2 ຕື້ກີບ, ຄຸ້ມຄອງຊັບ ສີນຂອງລັດ 2,07 ຕື້ກີບ ແລະລາຍ ຮັບຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ 163 ລ້ານກີບ.

ສ່ວນລາຍຮັບພູດທ້ອງຖີ່ນຕາມແຜນຈະເກັບໃຫ້ໄດ້ທັງໝົດ 104,06 ຕື້ກີບ, ປະຕິບັດໄດ້ 33,8 ຕື້ກີບ, ເທົ່າ 32,49% ຂອງແຜນການປີ, ທຽບໃສ່ໄລຍະດຽວ ຂອງປີຜ່ານມາເພີ່ມຂຶ້ນ 45,56%. ໃນ ນີ້ລາຍຮັບສ່ວຍສາອາກອນ 31,4 ຕື້ກີບ, ລາຍຮັບຄຸ້ມຄອງສີນຄ້າຂອງລັດ 2,2 ຕື້ກີບ ແລະລາຍຮັບບັງເອີນ 38 ລ້ານກີບ.

ສໍາລັບທິດທາງແຜນການຈັດຕັ້ງປະ ຕິບັດແຜນງົບປະມານງວດ 2 ແລະແຜນຄາດຄະເນປະຕິບັດ 6 ເດືອນຕົ້ນປີ 2019 ແຜນການດ້ານຮັບງົບປະມານ, ລາຍ ຮັບພູດສູນກາງໃນງວດ 2 ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 78,2 ຕື້ກີບ, ຄາດ ຄະເນປະຕິ 6 ເດືອນຕົ້ນປີ 2019 ຈະເກັບ ໄດ້ 154,7 ຕື້ກີບ ເທົ່າກັບ 50,06% ຂອງແຜນການປີ.


ລາຍຮັບພູດທ້ອງຖິ່ນໃນງວດ 2 ສູ້ ຊົນຈັດເກັບລາຍຮັບໃຫ້ໄດ້ 30,5 ຕື້ກີບ, ຄາດຄະເນປະຕິບັດ 6 ເດືອນຕົ້ນປີ 64,3 ຕື້ກີບ ເທົ່າກັບ 61,80% ຂອງແຜນການປີ. ພາບ-ຂ່າວ: ນສພ ເສດຖະກິດ-ສັງຄົມ

© ໂຕະນໍ້າຊາ | tonamcha.com
___________


Powered by Blogger.