Header Ads

ທ່ານ ສີສະຫວາດ ແກ້ວບຸນພັນ ອາດີດປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ຢ້ຽມຢາມແຂວງ ໄຊຍະບູລີ



ໃນລະຫວ່າງວັນທີ 22-23 ເມສາ 2019, ທ່ານ ສີສະຫວາດ ແກ້ວບຸນພັນ, ອາດີດປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໂດຍໄດ້ຖືກຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍການນໍາທຸກພາກສ່ວນຂອງແຂວງ. ໃນໂອກາດນີ້, ທ່ານ ພົງສະ ຫວັນ ສິດທະວົງ, ເຈົ້າແຂວງໆໄຊຍະບູລີ ໄດ້ລາຍງານສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 1 ປີ ຜ່ານມາ ແລະ ວຽກຈຸດສຸມສໍາລັບປີ 2019.



ສຳລັບປີ 2018 ຜ່ານມາ, ເສດຖະກິດຂອງແຂວງໄດ້ສືບຕໍ່ຂະຫຍາຍຕົວໃນລະດັບ 8,7%; ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້​ກີບ, ສະ​ເລ່ຍ​ຕໍ່​ຫົວ​ຄົນ​ເທົ່າ​ກັບ 24.096 ລ້ານກີບ, ເທົ່າກັບ 3.012 ໂດລາສະຫະລັດ; ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະປ່າໄມ້ ເພີ່ມຂຶ້ນ 3,3% ກວມເອົາ 30,4% ຂອງ (GDP); ຂະ​ແໜງອຸດສາຫະກຳກໍ່ເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິການ ເພີ່ມຂຶ້ນ 6,7% ກວມ 39,6% ຂອງ(GDP); ດ້ານລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງ ແລະ ທ້ອງຖິ່ນປະຕິບັດໄດ້ 863,30 ຕື້ກີບ, ເທົ່າກັບ 99,84%, ໃນນີ້ພູດທ້ອງຖິ່ນປະຕິບັດໄດ້ 236,74 ຕື້ກີບ ເທົ່າກັບ 88,92% (ບໍ່ສາມາດບັນລຸແຜນການ).



ເຖິງຢ່າງໃດກໍ່ຕາມ, ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ແລະຂະແໜງການກ່ຽວຂ້ອງ ກໍ່ໄດ້ມີຄວາມພະຍາຍາມເອົາໃຈໃສ່ທຽບໃສ່ ຕົວເລກປະຕິບັດຜ່ານມາ ສາມາດປະຕິບັດໄດ້ລື່ນ 6,02%; ສໍາລັບລາຍຮັບປີ 2019 ຮອດປະຈຸບັນ ແມ່ນປະຕິບັດໄດ້ 235,48 ຕື້ກີບ, ເທົ່າກັບ 24,49%, ໃນນີ້ ພູດສູນກາງປະຕິບັດໄດ້ 185,60 ຕື້ກິບ ເທົ່າກັບ 26,19%, ພູດທ້ອງຖິ່ນປະຕິບັດໄດ້ 49,88 ຕື້ກີບເທົ່າກັບ 19,70%, ພ້ອມນັ້ນ ກໍ່ສາມາດປະ​ຕິ​ບັດລາຍ​ຈ່າຍໄດ້ 51,93 ຕື້​ກີບ, ເທົ່າ​ກັບ 9,47% ຂອງ​ແຜນ​ການ​ປີ.



ຈາກນັ້ນ, ທ່ານ ສີສະຫວາດ ແກ້ວບຸນພັນ, ອາດີດປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງ ໄຊຍະບູລີ ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ການນໍາຂອງແຂວງທຸກພາກສ່ວນຈົ່ງເອົາໃຈໃສ່ຕໍ່ວຽກງານປກຊ-ປກສ ລົງສູ່ຮາກຖານ, ເຜີຍແພ່ວຽກງານດັ່ງກ່າວສູ່ປະຊາຊົນໃຫ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນ, ເພື່ອພ້ອມກັນເປັນຫູເປັນຕາປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າມາປັ່ນປ່ວນໄດ້, ພ້ອມທັງເອົາໃຈໃສ່ຮັກສາຄວາມສາມັກຄີໃຫ້ເປັນນໍ້າໜຶ່ງໃຈດຽວ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ພ້ອມທັງຂະຫຍາຍພັກໃຫ້ກວ້າງຂວາງ, ເອົາໃຈໃສ່ຕໍ່ວຽກງານເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ ດ້ວຍການສົ່ງເສີມປະຊາຊົນບັນດາເຜົ່າເຮັດການຜະລິດເປັນສິນຄ້າສົ່ງອອກຕ່າງປະເທດໃຫ້ຫຼາຍ, ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີຂຶ້ນເລື້ອຍໆ, ເອົາໃຈໃສ່ໃນການກະກຽມດໍາເນີນກອງປະຊຸມ 3 ຂັ້ນໃຫ້ໄດ້ຮັບຜົນສໍາເລັດ, ເລືອກໃຫ້ໄດ້ບຸກຄະລາກອນທີ່ດີ,ມີຄວາມຮູ້ ແລະ ປະສົບການເພື່ອປະກອບເຂົ້າໃນແຕ່ລະຂົງເຂດວຽກງານ.



ໃນໂອກາດດຽວກັນ, ການນໍາຂອງແຂວງກໍ່ໄດ້ນໍາພາທີມງານຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ອາດີດປະທານສູນກາງແນວລາວສ້າງຊາດ ເຂົ້າຢ້ຽມຊົມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແລະ ຈັດພິທີກູລາບາສີຕື່ມອີກ.


ແຫຼ່ງຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ

ໂດຍ: ອຸ່ນເຮືອນ ໂພທິລັກ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.