Header Ads

13 ຂໍ້ຄິດເພື່ອຊີວິດທີ່ທີ່ດີຂື້ນໃນອະນາຄົດ

ມື້ນີ້ tonamcha.com ເກັບບົດຄວາມໃນໜັງສືເຫຼັ່ມໜື່ງຂຽນໄວ້ຢ່າງໜ້າສົນໃຈກ່ຽວກັບກົດ 13 ຂໍ້ຄິດເພື່ອຊີວິດທີ່ທີ່ດີຂື້ນໃນອະນາຄົດ ເລີຍຂໍເກັບມາເລົ່ສແບ່ງປັນກັບທຸກໆທ່ານ,​ໂດຍກົດ 13 ຂໍ້ນັ້ນປະກອບດ້ວຍ : 

ຂໍ້ທີ (1). ອົດທົນ : ຄວາມສໍາເລັດເລີ່ມຕົ້ນທີ່ຄວາມອົດທົນໃຈເຢັນ ແຕ່ຫ້າວຫານເມື່ອຮອດເວລາ

ຂໍ້ທີ (2). ມີວິໄນ  : ເຮົາຕ້ອງມີຄວາມຢືດຢຸ່ນສູ່ງ ແລະ ມີວິໄນທີ່ຈະເຮັດອັນໃດໜື່ງແບບໂງ່ໆເພື່ອໃຫ້ຮູ້ສືກວາາໄດ້ເຮັດບາງສິ່ງບາງຢ່າງ ນີ້ແມ່ນວິໄນໃນການຫຼິ້ກລ້ຽງການຢູ່ແບບລ້າໆໂດຍບໍ່ເຮັດຫຍັງເລີຍ

ຂໍ້ທີ (3). ສະຫງົບ ແຕ່ກ້າຫານ ແລະ ມີໃຈເດັດດ່ຽວ : ຖ້າເຮົາຕ້ອງການເປັນຄົນຮັ່ງມີ ເຮົາຕ້ອງມີແນວຄິດດີໆຈັກ 2-3 ຢ່າງ ເຊິ່ງເຮົາຕ້ອງຮູ້ຈິງຮູ້ແຈ້ງ ແລ້ວຍັງຕ້ອງກ້າຈະຢຶດຖືກແນວຄິດນັ້ນທັງໃນຕອນທີ່ດີ ແລະ ຕອນທີ່ຮ້າຍ . 

ຂໍ້ທີ (4). ມີຄວາມສະຫຼາດພໍຄວນ ແຕ່ຢ່າໄອຄີວສູງເກີນໄປຈະເຮັດໃຫ້ໄຂ່ວເຂ : ຄົນຈໍານວນຫຼາຍທີ່ມີໄອຄີວສູງເປັນນັກລົງທຶນທີ່ບໍ່ຄ່ອຍດີ ເພາະພວກເຮົາມີພື້ນຖານອາລົມທີ່ບໍ່ໄດ້ເລື່ອງ 

ຂໍ້ທີ (5). ຄວາມຊື່ສັດ : ການກະທໍາຂອງເຮົາໃນສະຖາການໜື່ງອາສົ່ງຜົນແບບບໍ່ຄາດຄິດຕາມຫຼັງ 

ຂໍ້ທີ (6). ໝັ້ນໃຈ : ແຕ່ຢ່າຢຶດຕິດກັບອຸດົມການ ການບໍ່ຕົວະໂຕເອງເປັນຄຸນລັກສະນາພື້ນຖານທີ່ດີທີ່ສຸດທີ່ເຮົາຈະມີໄດ້ ເປັນສິ່ງທີ່ມີພະລັງເພາະມັນຫາຍາກ 

ຂໍ້ທີ (7). ເບິ່ງໄລຍະຍາວ:   ການເຂົ້າໃຈພະລັງຂອງດອກເບ້ຍທົບຕົ້ນ ແລະ ຄວາມລໍາບາກກວ່າຈະໄດ້ມາ ເປັນຫົວໃຈຂອງການເຮັດໃຫ້ເຂົ້າໃຈຫຼາຍໆເລື່ອງ 

ຂໍ້ທີ (8). ມີຄວາມຫຼົງໄຫຼ : ແມ່ນຫຍັງເປັນສິ່ງສໍາຄັນລະຫວ່າງຄວາມຫຼົງໄຫຼໃນສີ່ງທີ່ເປັນຄວາມສາມາດຕິດໂຕມາແຕ່ເກີດ 

ຂໍ້ທີ (9). ຄວາມຂະຫຍັນ : ຄວາມຂະຫຍັນທີ່ຈະຮຽນຮູ້ ໃນຊີວິດຈິງ ຄົນທີ່ສະຫຼາດຍ່ອມຮັກໃນການອ່ານໜັງສື ແລະ ເຂົາເລົ່ານັ້ນເປັນນັກອ່ານ ເຊິ່ງລວມທັງ ວໍເລັນ,​ບີລ ເກດ, ມາກ ສະເກີເບີກ ແລະ ຄົນອື່ນໆທີ່ປະສົບຄວາມສໍາເລັດໃນໂລກນີ້ 

ຂໍ້ທີ (10).ຫາເພື່ອນ : ແມ້ແຕ່ ອາເບີດ ໄອສະໄຕ ກໍບໍ່ໄດ້ເຮັດວຽກພຽງຄົນດຽວ ແຕ່ເຂົາບໍ່ໄດ້ໄປຮ່ວມສໍາມະນາໃຫຍ່ເທົ່ານັ້ນ ເພາະມະນຸດທຸກຄົນລ້ວນຕ້ອງການເພື່ອນໄວ້ສົນສະນາແລກປ່ຽນ 

ຂໍ້ທີ (11).ອາລົມໝັ້ນຄົງ : ຄວນມີພື້ນຖານອາລົມທີ່ໝັ້ນຄົງ ສໍາຄັນກວ່າການມີສະໝອງເພາະເຮົາຈໍາເປັນຕ້ອງຄວບຄຸໃອາລົມທີ່ໄຮ້ເຫດຜົນໃຫ້ໄດ້ 

 ຂໍ້ທີ (12).ຄວາມປະຢັດມັດທະຍັດ : ເພາະການໃຊ້ເງິນເກີນຕົວຈະເຮັດໃຫ້ລໍ້າບາກໃນອະນາຄົດ 

 ຂໍ້ທີ (13).ຫຼີ້ກລ້ຽງຄວາມສ່ຽງ : ການຫຼີ້ກລ້ຽງຄວາມສ່ຽງທີ່ດີຄືບໍ່ສ່ຽງ 
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.