Header Ads

ປະເທດສະວີເດັນສັ່ງຫ້າມໃຊ້ເຕັກໂນໂລຊີ 5G ຈາກ Huawei ແລະ ZTE



ສໍານັກງານຂ່າວຕ່າງປະເທດລາຍງານວ່າ : ອົງການຄຸ້ມຄອງເຄືອຂ່າຍຂອງປະເທດສະວີເດັນ ອົງການໄປສະນີແລະໂທລະຄົມມະນາຄົມຂອງສວີເດນ (PTS) ທີ່ສັ່ງໃຫ້ບັນດາບໍລິສັດຕ້ອງຫ້າມໃຊ້ອຸປະກອນການສື່ສານ Huawei ແລະ ZTE ໃນເຄືອຂ່າຍ 5G ກ່ອນການປະມູນເຄື່ອນຄວາມຖີ່ໃນເດືອນໜ້າ. 


ປະຈຸບັນລັດຖະບານຫຼາຍປະເທດໃນເອີຣົບ ກຳລັງຄິດທົບທວນກ່ຽວກັບບົດບາດຂອງບໍລິສັດຈີນໃນການສ້າງເຄືອຂ່າຍຂອງພວກເຂົາຫຼັງຈາກໄດ້ຮັບຄວາມກົດດັນຈາກສະຫະລັດ ອາເມລິກາ, ເຊິ່ງກ່າວວ່າພວກເຂົາເປັນໄພຂົ່ມຂູ່ຕໍ່ດ້ານຄວາມປອດໄພ ໂດຍກ່ອນໜ້ານີ້ອັງກິດໄດ້ສັ່ງໃຫ້ລຶບລ້າງອຸປະກອນ Huawei ຈຳນວນໜຶ່ງອອກຈາກເຄືອຂ່າຍ 5G ພາຍໃນປີ 2027, ເຊິ່ງເປັນໜຶ່ງໃນປະເທດເອີຣົບ ທຳອິດທີ່ເຮັດເຊັ່ນນັ້ນ. ຈາກນີ້, ຕ້ອງໄດ້ລໍຖ້າ ແລະ ເບິ່ງວ່າທັດສະນະຂອງປະເທດອື່ນຈະເປັນແນວໃດ?  ຫຼື ເປັນພຽງເກມການເມືອງ ຫລື Huawei ກຳລັງເຮັດສິ່ງທີ່ບໍ່ຖືກຕ້ອງຕາມທີ່ຖຶກກ່າວຫາ ຫລື ບໍ່?. 


ທີ່ມາ: CNBC 
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.