Header Ads

ມາຮອດປະຈຸບັນທົ່ວແຂວງບໍລິຄໍາໄຊ ສາມາດສັກວັກຊິນໄດ້ແລ້ວ 20%




ຕາມການລາຍງານຂອງ ນສພ ບໍລິຄໍາໄຊ ບອກໃຫ້ຮູ້ວ່າ : ຂະບວນການສັກວັກຊິນກັນພະຍາດໂຄວິດ-19 ເຂັມທີ 2 ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພານີ້ ຢູ່ເດີ່ນກິລາເປຕັງຂອງແຂວງ ບ້ານຫົງໄຊ ເມືອງປາກຊັນ, ໂດຍມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ພ້ອມພຽງກັນເຂົ້າຮ່ວມສັກວັກຊິນກັນພະຍາດໂຄວິດ-19 ຢ່າງເປັນຂະບວກ.






         

ຈາກການໃຫ້ສຳພາດຂອງທ່ານ ດຣ ນາງ ບັນລຽງ ວໍລະສານ ຮອງອຳນວຍການໂຮງໝໍແຂວງ ໄດ້ໃຫ້ຮູ້ວ່າ: ມາຮອດປະຈຸບັນໃນທົ່ວແຂວງ ໄດ້ສັກວັກຊິນກັນພະຍາດໂຄວິດ-19 ທັງໝົດ 20% ແລ້ວ ໃນນີ້ສັກຊຸດທີ 1 ແມ່ນ 14% ແລະ ສັກຊຸດທີ 2 ໄດ້ 6% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ. ສຳລັບການສັກວັກຊິນກັນພະຍາດໂຄວິດ-19 ເຂັມທີ 2 ນີ້ ຈະດຳເນີນໄປເປັນເວລາ 5 ວັນ ( 24-28 ພຶດສະພາ) ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າໄປສັກວັກຊິນໄດ້, ພ້ອມນີ້ ຍັງຈະໄດ້ສືບຕໍ່ສັກວັນຊິນເຂັມທີ 1 ຊຸດທີ 3 ໃນຕົ້ນເດືອນມິຖຸນາ 2021 ທີ່ຈະມາເຖິງນີ້. ສຳລັບການສັກວັກຊິນໃນແຕ່ລະຄັ້ງ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາສັກວັກຊິນ ເປັນຕົ້ນແມ່ນການຂຶ້ນທະະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊິນ 30 ນາທີ ແລະ ອື່ນໆ ທັງນີ້ກໍເພື່ອຮັບປະກັນເປົ້າໝາຍຮັບວັກຊິນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ສັກວັກຊິນ.





ຂ່າວ: ວິນລີ  | ນສພ ບໍລິຄໍາໄຊ 

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.