Header Ads

ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມໃຫຍ່ພະລາທິການກອງທັບຜູ້ເກົ່າ ແລະ ຜູ້ໃໝ່



ວັນທີ 21 ພຶດສະພາ 2021 ນີ້, ຢູ່ທີ່ ສະໂມສອນກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ພະລາທິການກອງທັບລະຫວ່າງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຜູ້ເກົ່າ ແລະ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຄະນະກົມ, ຄະນະຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.


ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫ່ຍການເມືອງກອງທັບ ໄດ້ຂຶ້ນຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ນາຍົກລັດຖະມົນຕີ ອອກດຳລັດ ແຕ່ງຕັ້ງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ດຳລັດ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ, ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ. 


ສະຫາຍ ພັນໂທ ໃຈເພັດ ວົງແສນສົມ ຮອງຫົວໜ້າກົມຈັດຕັ້ງ ກົມໃຫ່ຍການເມືອງກອງທັບ ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການປະຈຳພັກ ເລຂາ ແລະ ກຳມະການປະຈໍາພັກ ກົມໃຫ່ຍພະລາທິການກອງທັບ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ສະຫາຍ ພົນຕີ ຄຳເພັດ ສີຊານົນ ເປັນເລຂາຄະນະພັກ ປ່ຽນແທນ ສະຫາຍ ພົນຕີ ວົງຄໍາ ພົມມະກອນ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນກຳມະການປະຈຳພັກ ທັງເປັນ ປະທານກວດກາພັກ ປ່ຽນແທນ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຮັບໜ້າທີ່ຂຶ້ນເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ເປັນກຳມະການປະຈໍາພັກ ປ່ຽນແທນ ສະຫາຍ ພົນຕີ ວົງສັກ ພັນທະວົງ. ສະຫາຍ ພົນຕີ ວົງຄຳ ພົມມະກອນ ຫົວໜ້າກົມໃຫ່ຍພະລາທິການກອງທັບ ຜູ້ເກົ່າ ໄດ້ກ່າວມອບໜ້າທີ່ ໂດຍສະຫາຍໄດ້ລາຍງານໂດຍຫຍໍ້ຜ່ານການຈັດຕັ້ງພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ໃນໄລຍະຜ່ານມາໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນການຊີ້ນໍາພະນັກງານ-ນັກຮົບຮ່ວມແຮງຮ່ວມໃຈພ້ອມກັນປັບປຸງກໍ່ສ້າງກົມກອງ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງດ້ວຍດີຕະຫຼອດມາ, ນັ້ນແມ່ນໝາກຜົນລວມຍອດດ້ານວຽກງານການເມືອງເປັນຫຼັກໃຫ້ແກ່ການຈັດຕັ້ງຂັ້ນເທິງກ້າວຂຶ້ນເຮັດສຳເລັດໜ້າທີ່ລວມ ທີ່ພັກ-ລັດ, ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້. 


ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່ ໄດ້ກ່າວຮັບໜ້າທີ່ໃໝ່ ໂດຍສະຫາຍໄດ້ກ່າວວ່າ: ການໄດ້ຮັບໜ້າທີ່ໃໝ່ນີ້ ແມ່ນກຽດສັກສີອັນສູງສົ່ງ ທັງເປັນການມອບໝາຍໜ້າທີ່ອັນໜັກໜ່ວງກວ່າເກົ່າ ທີ່ມີກຽດສະຫງ່າເພື່ອສືບຕໍ່ໜ້າທີ່ການເມືອງນຳມາຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ ພ້ອມນັ້ນ, ສະຫາຍຍັງສະແດງຄວາມຮູ້ບຸນຄຸນມາຍັງພັກ-ລັດ, ການນໍາກະຊວງປ້ອງກັນປະເທດທີ່ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດອົບຮົມບົ່ມສອນສ້າງເງື່ອນໄຂໃຫ້ຄວາມສະດວກຕະຫຼອດມາ ເພື່ອເຮັດສຳເລັດໜ້າທີ່ໃຫ້ສົມຄູ່ກັບຄວາມໄວ້ເນື້ອເຊື່ອໃຈ ສະຫາຍຍັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ອຸທິດທຸກຄວາມຮູ້ຄວາມສາມາດ, ສະຕິປັນຍາເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊນຊົນໂດຍສະເພາະໃນຂົງເຂດວຽກງານພະລາທິການ, ຈະຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ສືບຕໍ່ປະກອບສ່ວນເສີມສ້າງຜົນງານ ແລະ ມູນເຊື້ອອັນດີງາມຂອງກົມໃຫ່ຍພະລາທິການ ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາທຸກຂັ້ນທົ່ວກົມໃຫ່ຍພະລາທິການກອງທັບຈົ່ງພ້ອມກັນສະໜັບສະໜູນໃຫ້ການຊ່ວຍເຫຼືອໃນການປະຕິບັດໜ້າທີ່ໃຫ້ສຳເລັດ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.


ໂດຍ: ອານຸສອນ | ນສພ ກອງທັບ 


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.