Header Ads

ລາວ-ໄທ ຮ່ວມຫາລື ເພື່ອກຳນົດແນວທາງແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວີດ-19





ເພື່ອເຮັດໃຫ້ວຽກງານບໍລິຫານຈັດການແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທ, ໃຫ້ກ້າວເຂົ້າລວງເລີກຫຼາຍຂຶ້ນ ແລະ ໄດ້ຮັບການປົກປ້ອງຕາມກົດໝາຍແຮງງານ, ດັ່ງນັ້ນ ໃນວັນທີ 9 ກໍລະກົດ 2021, ກົມພັດທະນສີມືແຮງງານ ແລະ ຈັດຫາງານ (ລາວ) ຮ່ວມກັບ ກົມການຈັດຫາງານ (ໄທ), ໄດ້ຈັດກອງປະຊຸມລະດັບວິຊາການລາວ-ໄທ ໃນຮູບແບບທາງໄກ ແນໃສ່ຮ່ວມຫາລືກ່ຽວກັບການບໍລິຫານຈັດການແຮງງານລາວໃນປະເທດໄທ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.


ກອງປະຊຸມວິຊາການດັ່ງກ່າວ, ຝ່າຍ ສປປລາວ ຮ່ວມເປັນປະທານໂດຍທ່ານ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ສ່ວນຝ່າຍຣາຊະອານາຈັກໄທ ເປັນປະທານໂດຍທ່ານ ໄພໂຣດ ໂຊຕິກະສະຖຽນ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.



ທ່ານ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ກອງປະຊຸມທາງໄກຕັ້ງນີ້ ແມ່ນຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທສະບັບລົງວັນທີ 6 ກໍລະກົດ 2016, ຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ສະບັບລົງວັນທີ 1 ມີນາ 2017 ແລະ ສຶບເນື່ອງມາຈາກບົດບັນທຶກກອງປະຊຸມວິຊາການລາວ-ໄທ ທີ່ໜອງຄາຍ ຄັ້ງວັນທີ 4-6 ມິຖຸນາ 2019 ແລະ ການເຫັນດີຂອງກະ ຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງແຮງງານແຫ່ງ ຣາຊອານາຈັກໄທ ແນ່ໃສ່ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງສິດຜົນປະໂຫຍດຕາມກົດໝາຍຂອງສອງປະເທດ ໂດຍສະເພາະແມ່ນໄລຍະທີ່ມີການແຜ່ລະບາດຂອງເຊື້້ອພະຍາດໂຄວິດ 19. ການຮ່ວມມືຂອງສອງຝ່າຍແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນຢ່າງຫຍິ່ງ ເພາະບໍ່ພຽງແຕ່ ແນ່ໃສ່ການປົກປ້ອງສິດຜົນປະໂຫຍດອັບຊອບທຳຂອງແຮງງານເທົ່ານັ້ນ ແຕ່ຍັງຮັດແໜ້ນການຮ່ວມມືຂອງສອງປະເທດນຳອີກດ້ວຍ, ເຊິ່ງການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ, ການຫຼັ່ງໄຫຼກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ໄດ້ເປັນພາລະໃຫ້ລັດຖະບານ ຕ້ອງຮັບພາລະໜັກສົມຄວນ ໂດຍໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຄືນປະເທດໃນດ້ານຕ່າງໆ, ດັ່ງນັ້ນ ການປຶກສາຫາລືດ້ານວິຊາການຂອງສອງຝ່າຍຈະຊ່ວຍໃຫ້ຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ປະເທດໄທ ແລະ ຜູ້ອອກແຮງງານລາວທີ່ຈະກັບຄືນໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຈາກສອງລັດຖະບານ. 





ຈາກນັ້ນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຍັງໄດ້ລາຍງານໃຫ້ກົມການຈັດຫາງານແຫ່ງຣາຊະອານາຈັກໄທ ຮູ້ຕື່ມວ່າ: ໃນໄລຍະທີ່ມີການລະບາດ, ພົນລະເມືອງລາວ ທີ່ຢູ່ຕ່າງປະເທດໄດ້ພາກັນຫຼັ່ງໄຫຼກັບຄືນປະເທດເປັນຈຳນວນຫຼວງຫຼາຍ, ຈາກການເກັບກຳຂໍ້ມູນ ມາຮອດເດືອນພຶດສະພາ ມີພົນລະເມືອງທີ່ກັບຄືນປະເທດທັງໝົດ 246.757 ຄົນ, ປັດຈຸບັນ ເຂົາເຈົ້າເຫຼົ່ານັ້ນ ໄດ້ກາຍເປັນຜູ້ ວ່າງງານທີ່ມີຢູ່ພາຍໃນປະເທດ, ດັ່ງນັ້ນ ກອງປະຊຸມຍັງຈະໄດ້ຫາລືກ່ຽວກັບການໃຫ້ການຊ່ວຍເຫຼືອແກ່ແຮງງານທີ່ຖືກຢຸດວຽກ, ການເຂົ້າເຖິງການສັກວັກຊິນ ແລະ ກວດຫາເຊື້ອກ່ອນມີການສົ່ງກັບປະເທດ, ເຊິ່ງປະກອບດ້ວຍການອໍານວຍຄວາມສະດວກຂອງປະເທດຕົ້ນທາງໃນການດໍາເນີນການຂະຫຍາຍອາຍຸໜັງສືເດີນທາງ, ການກະກຽມການຈັດສົ່ງ ຫຼື ນໍາເຂົ້າແຮງງານໃໝ່ເຂົ້າມາເຮັດວຽກຕາມລະບົບ MOU ແລະ ເພື່ອເຮັດໃຫ້ວຽກງານແຮງງານລະຫວ່າງ 2 ປະເທດ ເປັນໄປຕາມບົດບັນທຶກ, ຂະນະທີ່ ຝ່າຍລາວ ຍັງໄດ້ສະເໜີຝ່າຍໄທ ໃຫ້ຄວາມຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກການປິດກິດ ຈະການຂອງຫົວໜ່ວຍແຮງງານ, ການຊຸກຍູ້ໃຫ້ຜູ້ອອກແຮງງານລາວທີ່ຈະກັບຄືນປະເທດ ຜ່ານຊ່ອງທາງທີ່ຖືກຕ້ອງ ແລະ ໄດ້ຮັບການກວດກາເຊື້ອພະຍາດໂຄວິດ 19 ກ່ອນເດີນທາງກັບຄືນປະເທດ, ການສະໜອງຂໍ້ມູນຂອງຜູ້ອອກແຮງງານລາວທີ່ຖືກເລີກຈ້າງ ແລະ ຈະເດີນທາງກັບຄືນປະເທດອີກດ້ວຍ.


ທີ່ມາ : ຂ່າວສານ ຮສສ

© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.