Header Ads

ລາຄາສິນຄ້າ ເກືອບທຸກປະເພດແພງຂຶ້ນ ວອນພາກລັດແກ້ໄຂ



ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມີທ່າອ່ຽງເພີ່ມຂຶ້ນຢູ່ບາງແຂວງໃນທົ່ວປະເທດ, ຜູ້ຕິດເຊື້ອສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໃກ້ຄຽງ. ສຳລັບຢູ່ນະຄອນ ຫລວງວຽງຈັນ ເຫັນວ່າການລະບາດຂອງພະຍາດດັ່ງກ່າວຫລຸດລົງ ບໍ່ມີການລະບາດໃນຊຸມຊົນ, ແຕ່ບັນຍາກາດການການຊື້-ຂາຍ ຕາມທ້ອງຕະຫລາດແມ່ນງຽບເຫງົາບໍ່ຄຶກຄັກຄືແຕ່ກ່ອນ ບວກກັບໃນໄລ ຍະນີ້ ສິນຄ້າບາງປະເພດແມ່ນແພງຂຶ້ນ, ເນື່ອງຈາກຄ່າຂອງເງິນຕາຕ່າງປະເທດກໍເພີ່ມສູງຂຶ້ນ.  ບັນດາແມ່ຄ້າ ແລະ ຊາວຄ້າຂາຍ ຢູ່ຕະຫລາດດົງໂດກ ແລະ ໂພນສະຫວ່າງ ຕ່າງເວົ້າເປັນສຽງດຽວກັນວ່າ: ປັດຈຸບັນລາຄາສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ເກືອບທຸກປະເພດແມ່ນມີລາຄາສູງຂຶ້ນ ເນື່ອງຈາກວ່າເງິນກີບອອນຄ່າ ເມື່ອທຽບໃສ່ເງິນຕາຕ່າງປະເທດ (ເງິນຕາຕ່າງປະເທດແຂງຂຶ້ນ) ສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກຕ່າງປະເທດ ແລະ ເຮັດໃຫ້ສິນຄ້າບາງປະເພດມີລາຄາສູງຂຶ້ນເຊັ່ນ:  ຫົວຜັກບົ່ວ, ຜັກທຽມ, ໄຂ່ເປັດ, ໄຂ່ໄກ່ ແລະ ຜັກບາງປະເພດ ກໍມີລາຄາສູງຂຶ້ນເຊັ່ນດຽວກັນ.


ບັນດາແມ່ຄ້າ-ຊາວຄ້າຂາຍ ໄດ້ຝາກເຖິງລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງ ໃຫ້ເລັ່ງແກ້ໄຂບັນຫາດັ່ງກ່າວ, ເພື່ອເຮັດໃຫ້ເງິນກີບແຂງຄ່າ ເຊິ່ງອາດຈະເຮັດໃຫ້ລາຄາສິນຄ້າທຸກປະເພດ ທີ່ນຳເຂົ້າຈາກຕ່າງປະເທດຢູ່ໃນເກນລາຄາປົກກະຕິ, ເຮັດໃຫ້ການຊື້-ຂາຍໂລງລ່ຽນ ມີບັນຍາກາດຄຶກຄັກອີກຄັ້ງ. ຊາວຄ້າຂາຍຈຳນວນໜຶ່ງກ່າວວ່າ: ຖ້າລາຄາຕົ້ນທຶນຕໍ່າລາຄາຂາຍກໍຈະບໍ່ສູງ, ແຕ່ຖ້າລາຄາຕົ້ນທຶນສູງ, ລາຄາຂາຍກໍຈະສູງຂຶ້ນຕາມ. ໃນຂະນະດຽວກັນ, ຜູ້ບໍລິໂພກ ຕ່າງກໍເວົ້າເປັນສຽງດຽວກັນວ່າ ໃນໄລຍະນີ້ ເຫັນວ່າສິນຄ້າຫລາຍປະເພດລາຄາແພງຂຶ້ນ. ສະນັ້ນ, ຂໍຝາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າມາປັບປຸງແກ້ໄຂ, ເພື່ອເຮັດແນວໃດໃຫ້ລາຄາສິນຄ້າຫລຸດລົງ ແລະ ບໍ່ເພີ່ມຂຶ້ນຕື່ມໄປອີກກວ່ານີ້, ເພາະສະພາບປັດຈຸບັນ ເສດຖະກິດການເງິນຂອງແຕ່ຂອງຄົນ, ແຕ່ລະຄອບຄົວບໍ່ຄືເກົ່າ, ຫາເງິນຍາກ, ຈ່າຍງ່າຍ, ຖ້າບໍ່ຊື້ກະບໍ່ໄດ້ມີຄວາມຈຳເປັນແທ້. ສະນັ້ນ, ຈຶ່ງຝາກໃຫ້ພາກສ່ວນທີ່ກ່ຽວຂ້ອງເລັ່ງແກ້ໄຂໂດຍໄວ.


ຂ່າວ-ພາບ: ກິດຕາ  ( ຂປລ)

© ໂຕະນໍ້າຊາ | tonamcha.com 
____
Powered by Blogger.