Header Ads

ທ່ານນາຍົກ ທອງລຸນ ສີສຸລິດ ,ລາຍງານການປະຕິບັດວຽກງານຂອງລັດຖະບານ 13 ຢ່າງທີ່ພົ້ນເດັ່ນ


ໃນຕອນເຊົ້າມີ້ນີ້ວັນທີ 25 ເມສາ 2017 ນີ້ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່​ສະພາ​ແຫ່ງ​ຊາດ ນະຄອນຫຼວງ​ວຽງຈັນ. ກ່າວເປີດກອງປະຊຸມຢ່າງເປັນທາງການໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ມີບັນດາຜູ້ນຳພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຕໍ່ກອງປະຊຸມລາຍງານກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​ ວຽກງານ​ຈຸ​ດສຸມ​ໃນ​ໄລຍະ 6 ​ເດືອນ​ຜ່ານ​ມາ ​ແລະ ທິດ​ທາງ​ແຜນການ​ວຽກງານຈຸດ​ສຸມ​ ໃນ 6 ​ເດືອນຕໍ່ໜ້າຂອງ​ລັດຖະບານ 2017 ທ່ານໄດ້ໃຫ້ຮູ້ວ່າ: ລັດຖະບານຊຸດປດຈຸບັນ ມີອາຍຸຄົບຮອບ 1 ປີ ກັບ 5 ມື້ ໃນການປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນໄລຍະໜຶ່ງປີ ຖືເປັນໄລຍະສັ້ນກໍຕາມ ແຕ່ມັນເປັນປີທຳອິດ ທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ເປັນປີເລີ່ມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII.
ໃນໄລຍະ 6 ເດືອນຜ່ານມາລັດຖະບານໄດ້ປະຕິບັດ ຫຼາຍວຽກງານສຳຄັນ ເຊິ່ງສັງລວມສິ່ງທີ່ພົ້ນເດັ່ນ 13 ບັນຫາດັ່ງນີ້:

  1. ໄດ້ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນ​ລະ​ພາບ​ໝັ້ນ​ທ່ຽງ, ​ໂດຍ​ປັບປຸງ​ນະ​ໂຍບາຍ ​ແລະ ນິຕິ​ກຳ ໃຫ້​ສອດຄ່ອງ ​ແລະ ກົມ​ກ່ຽວ ​ເພື່ອ​ສ້າງ​ເງື່ອນ​ໄຂ​ຊຸກຍູ້ ​ໃຫ້​ເສດຖະກິດ​ຂະຫຍາຍ​ຕົວ​ ໃນ​ລະດັບ​ບໍ່​ຫຼຸດ 7%. ປັບປຸງ​ການ​ຄຸ້ມ​ຄ​ອງລະບົບ​ການ​ເງິນ-ງົບປະມານ​ໃຫ້​ເຂັ້ມ​ງວດ​ຂຶ້ນ ​ເພື່ອ​ແກ້​ໄຂ​ສະພາບ​ຄວາມ​ຫຍຸ້ງຍາກ ​ທາງ​ດ້ານ​ງົບປະມານ ​ໂດຍ​ຊຸກ​ຍູ້​ສົ່ງ​ເສີມ​ ການ​ຫັນ​ກົນ​ໄກ​ການ​ເກັບ​ລາຍ​ຮັບ ​ໃຫ້​ເຂົ້າ​ສູ່​ລະບົບທັນ​ສະ​ໄໝ ​ແລະ ​ໂປ່​ງ​​​ໃສ, ພ້ອມ​ທັງ​ເຂັ້ມ​ງວດ​ກວດກາ ​ເກັບ​ກຳ​ການ​ສຳ​ຫຼວດ​ຖານ​ລາຍ​ຮັບ ​ເພື່ອ​ຈຳກັດ​ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ​ງົບປະມານ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ການ​ປະຕິບັດ ​ແຜນ​ງົບປະມານ ​ແລະ ​ແຜນ​ລາຍ​ຈ່າຍ​ໃຫ້​ມີ​ປະສິດທິ​ຜົນ ພ້ອມ​ທັງ​ມີ​ຄວາມ​ເດັດຂາດ ​ແລະ ​ເຂັ້ມ​ງວດ ຕໍ່​ການ​ປະຕິບັດ​​ໂຄງການ​ນອກ​ແຜນ, ຄຽງ​ຄູ່​ກັນ​ນັ້ນ ກໍ​ໄດ້​ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍ​ປະຢັດ ​ແລະ ຕ້ານ​ການ​ຟຸມ​ເຟືອຍ ​ໃຫ້​ເປັນ​ຮູບ​ປະ​ທຳ ​ໂດຍ​ໄດ້​ອອກດຳລັດ ​ວ່າ​ດ້ວຍລະບຽບ​ ການ​ປະກອບ​ລົດ ​ປະຈຳ​ຕຳ​ແໜ່ງຂອງ​ການ​ນຳ.          
  2. ໄດ້​ສືບ​ຕໍ່​ຄຸ້ມ​ຄອງ​ເງິນຕາ​ ໃຫ້​ມີ​ສະຖຽນ​ລະ​ພາບ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ດອກ​ເບ້ຍ​ຕາມ​ກົນ​ໄກ​ຕະຫຼາດ ທີ່​ມີ​ການ​ຄຸ້ມ​ຄອງ​ດັດສົມ​ຂອງ​ລັດ, ສືບ​ຕໍ່​ກຳ​ນົດອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ເງິນ​ກູ້ ຢ່າງ​ເໝາະ​ສົມ ​ເພື່ອ​ສ້າງ​ເງື່ອນ​ໄຂ​ ໃຫ້​ພາກ​ທຸລະ​ກິດ ກໍ​ຄື​ ຜູ້​ປະກອບ​ການ ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ​ທຸລະ​ກິດ;
  3. ໄດ້​ອະນຸມັດ​ງົບປະມານ 400 ຕື້​ກີບ ​ເພື່ອ​ແກ້​ໄຂ​ໜີ້​ສິນ ​ໂຄງການ​ລົງທຶນ​ຂອງ​ລັດ ​ແລະ 300 ຕື້​ກີບ ​ເພື່ອ​ແກ້​ໄຂ​ໜີ້​ພັນທະບັດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ພາກ​ທຸລະ​ກິດ​ ສືບ​ຕໍ່​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ.
  4. ໄດ້ກະກຽ​ມດຳ​ເນີນ​ການ​ຄົ້ນຄວ້າ ​ເພື່ອ​ປັບປຸງ​ລັດ​ວິ​ສາ​ຫະກິດ ​ຈຳນວນ​ໜຶ່ງ ​ເປັນ​ຕົ້ນ​​ລັດວິ​ສາ​ຫະກິດ​ໄຟຟ້າ​ລາວ, ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ແລະ ບາງ​ບໍລິສັດ ​ເຊິ່ງ​ເປັນ​ລັດ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ແລະ ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ;
  5. ໄດ້ກຳ​ນົດ ​ແລະ ​ຈັດ​ແບ່ງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ​ໂດ​ຍ​ໄດ້​ອອກ​ເປັນ​ດຳລັດ ​ຂອງ​ນາຍົກລັດຖະມົນຕີ ພ້ອມກັນນີ້ກໍກໍ່ຄົ້ນຄວ້ານະໂຍບາຍພັດທະນາ ແລະ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.
  6. ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ ຄຽງ​ຄູ່​ກັບ​ການ​ປັບປຸງ​ຂະ​ບວນການ ​ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ, ນິຕິ​ກຳ ​ແລະ ກົນ​ໄກ​ການ​ປະສານ​ງານ ລະຫວ່າງ​ພາກ​ລັດ ​ແລະ ທຸລະ​ກິດ ພາຍ​ໃຕ້​ກອງ​ປະຊຸມ​ທຸລະ​ກິດ​ລາວ.
  7. ໄດ້​ຊຸກຍູ້​ການຈັດ​ຕັ້ງປະຕິບັດ​ບັນດາ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່ ​ເຊິ່ງຈະ​ປະກອບສ່ວນ​ສູງ​ຕໍ່​ການ​ພັດທະນາ ເຊັ່ນ: ​ໂຄງການ​ທາງ​ລົດ​ໄຟ ລາວ-ຈີນ, ​ໂຄງການ​ຂະຫຍາຍ​ທາງ​ລົດ​ໄຟລາວ-​ໄທ, ​ໂຄງການ​ລົງທຶນ​ພັດທະນາ​ທ່າ​ທາງບົກ (Dry Port) ຢູ່​ແຂ​ວງສະຫວັນ​ນະ​ເຂ​ດ, ​ໂຄງການ​ປັບປຸງ​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ແລະ ບັນດາ​ໂຄງການ​ລົງ​ທຶນ​ຂະໜາດ​ໃຫຍ່​ອື່ນໆ.
  8. ໄດ້​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ຂຸດ​ຄົ້ນ​ນຳ​ໃຊ້ ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໂດຍ​ໄດ້​ສືບ​ຕໍ່​ຊີ້​ນຳ, ຜັນ​ຂະຫຍາຍ​ການຈັດ​ຕັ້ງ​ປະຕິບັດ​ ຄຳ​ສັ່ງ​ເລກທີ15/ນຍ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄມ້, ການ​ເຄື່ອນ​ຍ້າຍ​ໄມ້ ​ແລະ ທຸລະ​ກິດ​ໄມ້ຢ່າງ​ເຂັ້ມ​ງວດ.
  9. ການຄຸ້ມຄອງນຳໃຊ້ທີ່ດິນ ເກີດມີບັນຫາຕາມມາຢ່າງຫຼວງຫຼາຍ ລັດຖະບານໄດ້ຕັ້ງບັນຫາຂຶ້ນເພື່ອຄົ້ນຄວ້າ ແນ່ໃສ່ການປັບປຸງນະໂຍບາຍທີ່ດິນແຫ່ງຊາດ ໂດຍໄດ້ນຳເຂົ້າເປັນວາລະໜຶ່ງຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານສູນກາງພັກຄັ້ງທີ IV ສະໄໜທີ V ເຊິ່ງປັດຈຸບັນ ກຳລັງປັບປຸງໃຫ້ເປັນມະຕິຂອງພັກ ແລະ ຈະສະເໜີໃຫ້ສະພາແຫ່ງຊາດເພື່ອພິຈາລະນາໃນຂັ້ນຕໍ່ໄປ.
  10. ໄດ້​ເອົາ​ໃຈ​ໃສ່ວຽກ​ງານ​ພັດທະນາ​ທາງ​ດ້ານ​ວັດທະນະທຳ-ສັງຄົມ ​ໂດຍ​ສຸ່ມ​ໃສ່​ວຽກ​ງານ​ຍົກ​ສູງ​ຄຸນ​ນະພາ​ບ ການ​ສຶກສາ ແລະ ສາທາລະນະ​ສຸກ ​ໂດຍ​ສະ​ເພາະ ​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກ, ສຸ່ມທຶນຮອນ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄ່ງ​ລ່າງ ​ທີ່​ຈຳ​ເປັນ, ຂະ​ຫຍາ​ຍ​ເຂດ​ປະກັນ​ສຸ​ຂະ​ພາບ​ແຫ່ງ​ຊາດ ​ໃຫ້​ກ້ວາງ​ຂວາງ​ທົ່ວ​ເຖິງ, ຍົກ​ລະດັບ​ຄຸນ​ນະພາ​ບຄູ ​ແລະ ຫຼັກ​ສູດ​ການ​ສອນ, ​ເອົາ​​ໃຈ​ໃສ່​ແກ້​ໄຂ​ບັນຫາ​ແຮງ​ງານ, ຄຸນ​ນະພາ​ບ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ປັບປຸງ ​ແລະ ​ແກ້​ໄຂ​ບັນຫາ​ການ​ນຳ​ໃຊ້​ງົບປະ​ມານ ​ບ້ວງ​ເງິ​ນ​ເດືອນ​ພະນັກງານ​ລັດຖະກອນ​ທີ່​ບໍ່​ຖືກ​ເປົ້າ​ໝາ​ຍ, ປັບປຸງ​ກົນ​ໄກ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ງວດ​ ໃນ​ການ​ເບີກ​ຈ່າຍ​ເງິນ​ເດືອນ ​ເຊິ່ງປັດຈຸບັນ​ ສາມາ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ໄດ້​ໂດຍ​ພື້ນຖານ.
  11. ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ກົນ​ໄກ​ບໍລິຫານ​ລັດ​ໃຫ້​ກະທັດ​ຫັດ, ໜັກ​ແໜ້ນ ​ແລະ ກົມ​ກຽວ​ຫຼາຍ​ຂຶ້ນ. ພ້ອມ​ທັງ​ໄດ້ຄົ້ນຄວ້າ ​ແລະ ສະ​ເໜີ​ສ້າງ, ປັບປຸງ​ກົດໝາຍ, ອອກ​ນິຕິ​ກຳ​ລຸ່ມ​ກົດໝາຍ​ຢ່າງ​ຕໍ່​ເນື່ອງ, ອອກ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ສ້າງ​ແຂວງ​ ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ສ້​າງ ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ. ​ຕິດຕາມ ​ແລະ ​ແກ້​ໄຂ​ບັນ​ຫາ​ສະພາບ​ຫຍໍ້​ທໍ້​ຕ່າງໆ​ ໃນ​ສັງຄົມ ​ໂດຍ​ສະ​ເພາະ​ບັນ​ຫາ​ຢາ​ເສບ​ຕິດ, ການ​ເຄື່ອນ​ໄຫວທຸລະ​ກິດ​ທີ່​ຜິດ​ກົດໝາ​ຍ ​​ແລະ ​​ໄດ້​ຄົ້ນຄວ້າ​ກຳນົດ​ມາດ​ຕະການ​ຄຸ້ມ​ຄອງ​ຈັດ​ສັນ​ສະຖານ​ທີ່​ບັນ​ເທິງ, ສະຖານ​ທີ່​ບໍລິການ​ທີ່​ມີ​ຄວາມ​ສ່ຽງ​ຕ່າງໆ​ ໃຫ້​ເຂົ້າລະບຽບ​ຕື່ມ​ອີກ;
  12. ໄດ້​ສັງ​ລວມ​ເກັບ​ກຳ ແລະ ຮັບ​ຟັງ​ຄວາມ​ຄິດ​ເຫັນ ​ຂອງ​ປະຊາຊົນ ​ແລະ ພາກ​ທຸລະ​ກິດ ​ເພື່ອ​ປັບປຸງ​ການ ​ບໍລິຫານ​ຄຸ້ມ​ຄອງ ​ແລະ ບໍລິ ຫານ​ລັດ​ໃຫ້​ວ່ອງ​ໄວ, ​ໂປ່​ງ​​​ໃສ, ມີ​ປະສິດທິ​ຜົນ ​ແລະ ຕອບ​ສະໜ​ອງຕໍ່​ຄວາມ​ຮຽກຮ້ອງຕ້ອງ ການ​ຂອງ​ປະ ຊາຊົນ ​ໂດຍ​ລັດຖະບານ​ໄດ້​ເປີດ​ສາຍ​ດ່ວນ ​ຢູ່​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ຢູ່​ຫຼາຍ​ກະຊວງ. 
  13. ຜ່ານການປະຕິບັດມານັ້ນ,​ລັດຖະບານໄດ້ຕີລາຄາ ແລະ ຄິດໄລ່ການເຕີບໂຕຂອງເສດຖະກິດ ຕາມປີປະຕິທິນໝົດປີ 2016 ເຫັນວ່າອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 7,02% ມີມູນຄ່າ 129.279 ຕື້ກີບ, ສ່ວນ GDP ສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.408 ໂດລາ (ຈຳນວນພົນລະເມືອງ 6,6 ລ້ານຄົນ) , ຄອບຄົວທຸກຍາກໄດ້ຫຼຸດລົງຈາກ 6,59% ໃນປີ 2015 ຍັງເຫຼືອ 6,3% ໃນປີ 2016 ຂອງຄອບຄົວທັງໝົດ. ສ້າງຄອບຄົວວັດທະນະທຳໄດ້ 68.051 ຄອບຄົວ ເທົ່າກັບ 5,7% ຂອງຄອບຄົວທັງໝົດ .
ຂຽນໂດຍ: Poupaeng Soumitsa | ທີ່ມາ: Mahason Magazine 

-----------------




Powered by Blogger.