Header Ads

ສະຫວັນນະເຂດ ຕັ້ງເປົ້າໝາຍດຶງນັກທ່ອງທ່ຽວເຂົ້າມາໃຫ້ໄດ້ລ້ານກວ່າຄົນໃນປີ 2017 ນີ້

ສະຫວັນນະເຂດແຂວງໃຫຍ່ທາງພາກກາງຂອງລາວ,ທັງເປັນແຂວງທີ່ມີຊາຍແດນເຊື່ອມຈອດກັບຫຼາຍປະເທດໃກ້ຄຽງເປັນຕົ້ນ: ປະເທດໄທ, ຫວຽດນາມ…..ບໍ່ພຽງເທົ່ານີ້ຍັງມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງລ້ວນແລ້ວ ແຕ່ມີຄວາມງົດງາມ ແລະເປັນທີ່ລືຊື່ ຊຶ່ງເຮັດໃຫ້ການທ່ອງທ່ຽວຂອງແຂວງກາຍເປັນບູລິມະສິດໜຶ່ງໃນການປະກອບສ່ວນພັດທະນາເສດຖະກິດສັງຄົມສະແດງອອກໃນປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງສູງເຖິງ ລ້ານຄົນ, ອັນສາມາດສ້າງລາຍ ຮັບເຂົ້າງົບປະມານໄດ້ເປັນຈໍານວນມະຫາ ສານ ແລະ ສະເພາະປີນີ້ແຂວງຈະສູ້ຊົນດຶງດູດເອົາບັນດານັກທ່ອງທ່ຽວຍທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວໃຫ້ໄດ້ທັງໝົດ ລ້ານກວ່າຄົນ.


ຕາມຂໍ້ມູນຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຂອງແຂວງ ສະຫວັນນະເຂດຮູ້ວ່າ: ໃນທິດທາງແຜນການຕໍ່ໜ້າກໍຄືປີ 2017  ນີ້ ພະແນກ ຖວທ ແຂວງສະຫວັນນະເຂດເວົ້າສະເພາະຂະແໜງທ່ອງທ່ຽວແມ່ນຈະສືບຕໍ່ປັບປຸງພັດທະ ນາດ້ານພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງເຂົ້າຫາສະຖານ ທີ່ທ່ອງທ່ຽວແຕ່ລະແຫ່ງເພື່ອໃຫ້ສາມາດໄປ-ມາສະດວກໄດ້ທຸກລະດູການ, ສືບຕໍ່ຂຽນໂຄງການ ພັດທະນາແຫຼ່ງທ່ອງທ່ຽວທີ່ມີ 26 ແຫ່ງບຸລິມະສິດແຕ່ນີ້ຮອດປີ 2020 ສູ້ຊົນຈັດຕັ້ງປະຕິບັດໂດຍສະເພາະການຈັດໃຫ້ມີຫຼາກຫຼາຍກິດຈະກໍາດ້ານການທ່ອງທ່ຽວເພື່ອຈະສາມາດດຶງດູດເອົາບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງໃຫ້ໄດ້ລ້ານກວ່າຄົນຕາມແຜນການຄາດຄະເນທີ່ວາງໄວ້, ນອກນີ້ຍັງຈະສືບຕໍ່ຈັດຕັ້ງປະຕິບັດໜ້າວຽກອື່ນໆທີ່ສໍາຄັນໃນການພັດທະນາວຽກງານທ່ອງທ່ຽວຂອງແຂວງ. ຢ່າງໃດກໍຕາມມາຮອດປະຈຸ ບັນທົ່ວແຂວງສະຫວັນນະເຂດມີ ແຫຼ່ງທ່ອງທ່ຽວທັງໝົດຮ້ອຍກວ່າແຫ່ງ, ໃນນີ້ແຫຼ່ງທ່ອງທ່ຽວທາງວັດທະນະທໍາມີ 70 ກວ່າແຫ່ງ, ທາງທໍາມະຊາດ 20 ກວ່າແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດ ສາດ 10 ກວ່າແຫ່ງ, ສ່ວນດ້ານພື້ນຖານການຮອງຮັບບໍ່ວ່າຈະເປັນໂຮງແຮມ, ເຮືອນພັກ, ຮ້ານອາຫານ ອື່ນໆແມ່ນຖືວ່າພຽງພໍກັບຄວາມຕ້ອງການ.

ທີ່ມາ: www.sedthakid.la
-----------------


Powered by Blogger.