Header Ads

ເຂົ້າໄກ່ນ້ອຍ ໄດ້ຈົດລິຂະສິດຖິ່ນກຳເນີດສິນຄ້າຂອງແຂວງຊຽງຂວາງ ໃນງານຊັບສິນທາງປັນຍາ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ຈັດງານມະຫາກຳຊັບສິນທາງປັນຍາ ຄັ້ງທີ 3 ປະຈຳປີ 2017 ຂຶ້ນ ໃນຕອນແລງວັນທີ 21 ເມສາ ຜ່ານມາ, ທີ່ສູນການຄ້າລາວໄອເຕັກ; ພາຍໃນງານດັ່ງກ່າວ ຍັງໄດ້ມີພິທີຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ “ເຂົ້າໄກ່ນ້ອຍ” ຂອງສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຊຽງຂວາງ.



ພາຍໃນງານ ຍັງພິທີຮັບຄຳຮ້ອງຂໍຈົດທະບຽບສາກົນກ່ຽວກັບເຄື່ອງໝາຍການຄ້າ ໂດຍຜ່ານລະບົບອະນຸສັນຍາຂອງບໍລິສັດ ພະຄະເນດ ຫັດຖະກຳ ແພງໄໝ ແກລໍຣີ ແລະ ບໍລິສັດ ຈຳປາລາວການກະເສດ ແລະ ພິເສດໄປກວ່ານັ້ນ ຍັງມີພິທີມອບໃບຢັ້ງຢືນສິດທິບັດທີ່ອອກໃຫ້ພາຍໃຕ້ກອບການຮ່ວມມືເພື່ອອຳ ນວຍຄວາມສະດວກໃນການອອກສິດທິບັດສຳລັບຜູ້ຮ້ອງຂໍສິດທິບັດໃນ ສປປ ລາວ ລະຫວ່າງກົມຊັບທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສຳນັກງານສິດທິບັດປະເທດຍີ່ປຸ່ນ ນຳອີກ.
ທ່ານ ລິນທອງ ເພັດທະລາ ປະທານກຸ່ມຜະລິດເຂົ້າປອດສານຜິດ (ເຂົ້າໄກ່ນ້ອຍ) ແຂວງຊຽງຂວາງ ເປີດເຜີຍວ່າ: ພວກເຮົາມີ 4 ເມືອງ ຄື: ເມືອງແປກ, ເມືອງຄູນ, ເມືອງພູກູດ ແລະ ເມືອງຜາໄຊໂດຍມີເນື້ອທີ່ປູກ 10,000 ເຮັກຕາ ປະຊາຊົນແຕ່ລະຄົວເຮືອນຕອບສະໜອງເຂົ້າໄດ້ 1 ຫາ 5 ໂຕນ/ປີໂດຍເບື້ອງຕົ້ນເຮົາເລີ່ມຜະລິດເຮັດແບບກຸ່ມຜະລິດປະຖົມປະຖານ, ແຕ່ມາປີນີ້ພາກລັດໄດ້ສົ່ງເສີມສົ່ງມາ ຢ່າງຈິງຈັງ ແລະ ມີຕະຫຼາດຮອງຮັບຢູ່ແລ້ວ.

ເຖິງຢ່າງໃດກໍ່ຕາມ ທາງພັກ-ລັດຈະໄດ້ຮັບເອົາຈົດທະບຽນຖິ່ນກຳເນີດ “ເຂົ້າໄກ່ນ້ອຍ” ຂອງເຮົາຫວັງວ່າຈະມີຕະຫຼາດກວ້າງຂຶ້ນເປັນທີ່ຍອມຮັບຂອງສັງຄົມ ລວມທັງໄດ້ຮັບສິດໃນການຄຸ້ມຄອງ ແລະ ການສະຫງວນລິຂະສິດ ເປັນຕົ້ນ.

ງານມະຫະກຳຊັບສິນທາງປັນຍາ ໄຂຂຶ້ນແຕ່ວັນທີ 21 ເມສາ ເຖິງ 1 ພຶດສາພາ 2017 ໂດຍມີຜະລິດຕະພັນຈາກບັນດາຜູ້ປະກອບການຕ່າງໆເຂົ້່າຮ່ວມວາງສະແດງ 100 ກວ່າຫ້ອງ ແລະ ພາຍໃນງານ ຍັງເປັນການເປີດໂອກາດໃຫ້ບັນດານັກປະດິດຄິດແຕ່ງ ແລະ ຜູ້ປະກອບການໄດ້ມີເວທີພົບປະແລກປ່ຽນຊື້-ຂາຍ ຫຼື ສະເໜີຜົນງານຂອງທີ່ເປັນມູນເຊື້ອຂອງຕົນ ທັງເປັນການໂຄສະນາເຜີຍແຜ່ສ້າງຈິດສຳນຶກ, ຄວາມສຳຄັນທາງດ້ານຊັບສິນທາງປັນຍາ ເພື່ອເຫັນໄດ້ຜູ້ປະກອບການຫັນມາຈົດທະບຽນລິຂະສິດຂອງຕົນຫຼາຍຂຶ້ນ.
ຂໍ້ມູນ : ເສດຖະກິດ ການຄ້າ
-----------------
testesese
Powered by Blogger.