Header Ads

ລັດຖະບານ ແກ້ໄຂໜີ້ສິນໂຄງການ ແລະ ພັນທະບັດໄດ້ 7 ຮ້ອຍຕື້ກີບ


ໃນໄລຍະ 6 ເດືອນຜ່ານມາ ຊຶ່ງເປັນໄລຍະເວລາທີ່ປະຕິບັດແຜນ 3 ເດືອນຂ້າມຜ່ານທ້າຍປີ 2016 ແລະເລີ່ມປີງົບປະມານ 2017 ງວດທີ 1 ຕາມປີປະຕິທິນ ລັດຖະບານໄດ້ປະຕິບັດຫຼາຍວຽກງານສໍາຄັນ ໂດຍໄດ້ຄຸ້ມຄອງເສດຖະກິດມະຫະພາກໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 7%, ປັບປຸງການຄຸ້ມຄອງລະບົບການເງິນ-ງົບປະມານໃຫ້ເຂັ້ມງວດຂຶ້ນ, ທີ່ພົ້ນເດັ່ນກວ່າໝູ່ແມ່ນໄດ້ອະນຸມັດງົບປະມານ 4 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ສິນໂຄງການການລົງທຶນຂອງລັດ ແລະ 3 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ພັນທະບັດ ເພື່ອ ສ້າງເງື່ອນໄຂໃຫ້ພາກທຸລະກິດສືບຕໍ່ ເຄື່ອນໄຫວວຽກງານຂອງຕົນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 25 ເມສາ 2017 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນຮູ້ວ່າ: ການຈັດຕັ້ງ ປະຕິບັດແຜນວຽກຈຸດສຸມໃນໄລຍະ 6 ເດືອນຜ່ານມາ, ລັດຖະບານໄດ້ຄຸ້ມຄອງເສດຖະກິດມະຫະພາກໃຫ້ມີສະຖຽນລະ ພາບ ແລະໝັ້ນທ່ຽງ ໂດຍປັບປຸງນະໂຍບາຍ ແລະນິຕິກໍາໃຫ້ສອດຄ່ອງ ແລະກົມກຽວ ເພື່ອສ້າງເງື່ອນໄຂອໍານວຍຊຸກຍູ້ ໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫຼຸດ 7%, ໄດ້ປັບປຸງການຄຸ້ມຄອງລະບົບການເງິນ-ງົບປະມານໃຫ້ເຂັ້ມງວດຂຶ້ນ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານງົບປະມານ ໂດຍຊຸກຍູ້ສົ່ງເສີມການຫັນກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ພ້ອມທັງເຂັ້ມງວດການຕິດຕາມກວດກາເກັບ ກໍາສໍາຫຼວດຖານລາຍຮັບ ເພື່ອກໍາຈັດການຮົ່ວໄຫຼຂອງລາຍຮັບງົບປະມານ, ໄດ້ເອົາໃຈໃສ່ຄຸ້ມຄອງການປະຕິບັດແຜນງົບປະມານ ແລະແຜນລາຍຈ່າຍໃຫ້ມີປະສິດທິຜົນ ພ້ອມທັງມີຄວາມເຂັ້ມງວດຕໍ່ການປະຕິບັດໂຄງການນອກແຜນ, ຄຽງຄູ່ກັນນັ້ນກໍໄດ້ຈັດຕັ້ງປະຕິ ບັດນະໂຍບາຍປະຢັດ ແລະຕ້ານການຟຸມ ເຟືອຍໃຫ້ເປັນຮູບປະທໍາ.


ລັດຖະບານ ແກ້ໄຂໜີ້ສິນໂຄງການ ແລະພັນທະບັດໄດ້ 7 ຮ້ອຍຕື້ກີບ 

ນອກນີ້ ຍັງໄດ້ຄຸ້ມຄອງເງິນຕາໃຫ້ມີ ສະຖຽນລະພາບ ສືບຕໍ່ປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງດັດສົມຂອງລັດ, ກໍານົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ຢ່າງເໝາະສົມ ເພື່ອສ້າງເງື່ອນໄຂໃຫ້ ພາກທຸລະກິດ ກໍຄືຜູ້ປະກອບການໃນການເຄື່ອນໄຫວຜະລິດທຸລະກິດ, ໄດ້ອະນຸມັດງົບປະມານ 4 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ສິນໂຄງການການລົງທຶນຂອງລັດ ແລະ 3 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ພັນທະບັດ ເພື່ອສ້າງເງື່ອນໄຂໃຫ້ພາກທຸລະກິດສືບຕໍ່ເຄື່ອນໄຫວວຽກງານຂອງຕົນ, ການແກ້ໄຂໜີ້ສິນດັ່ງກ່າວ ເຖິງຈະບໍ່ສາມາດ ຕອບສະໜອງໄດ້ໝົດຕາມຄວາມຕ້ອງ ການທາງດ້ານທຶນຮອນຂອງຜູ້ປະກອບ ການທີ່ໄດ້ລົງທຶນໄປແລ້ວນັ້ນກໍຕາມ, ແຕ່ກໍ່ເປັນສັນຍານທີ່ດີໃຫ້ແກ່ພາກທຸລະກິດທາງດ້ານກໍາລັງໃຈ, ພ້ອມນີ້ ລັດຖະບານກໍສືບຕໍ່ຄົ້ນຄວ້າ ແລະ ຈັດຫາແຫຼ່ງງົບປະມານ ເພື່ອສືບຕໍ່ແກ້ໄຂໜີ້ສິນຢ່າງເອົາຈິງເອົາຈັງ, ໄດ້ທົບທວນ ແລະ ກວດກາຄືນບັນດາໂຄງການສະເໜີລົງທຶນໃໝ່ ທີ່ຕ້ອງການທຶນກູ້ຢືມຈໍານວນຫຼາຍ ເພື່ອເບິ່ງຄວາມສົມເຫດສົມຜົນ ແລະປະສິດທິຜົນ ຂອງໂຄງການ.

ໄດ້ກະກຽມດໍາເນີນການຄົ້ນຄວ້າເພື່ອ ປັບປຸງລັດວິສາຫະກິດຈໍານວນໜຶ່ງ ຊຶ່ງເປັນລັດວິສາຫະກິດຂະໜາດໃຫຍ່ ແລະມີລັກສະນະຍຸດທະສາດຄຽງຄູ່ກັນນີ້ ກໍສືບຕໍ່ກະກຽມປັບປຸງບັນດາວິສາຫະກິດທີ່ດໍາເນີນທຸລະກິດຂາດປະສິດທິຜົນເປັນແຕ່ລະບໍລິສັດໄປຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫ່ຍ ຊຶ່ງປະກອບສ່ວນສູງຕໍ່ການພັດທະນາເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການຂະຫຍາຍທາງລົດໄຟລາວ-ໄທ ແລະໂຄງການອື່ນໆ, ເອົາໃຈໃສ່ຕໍ່ວຽກງານຂຸດຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດ ແລະປົກປັກຮັກສາສິ່ງແວດ ລ້ອມ, ປັບປຸງກົນໄກບໍລິຫານລັດໃຫ້ກະທັດຮັດ, ໜັກແໜ້ນ ແລະກົມກຽວກັນຫຼາຍຂຶ້ນ.

ຜ່ານການປະຕິບັດວຽກງານຈຸດສຸມ ທີ່ກ່າວມານັ້ນ, ລັດຖະບານໄດ້ຕີລາຄາ ແລະຄິດໄລ່ການເຕີບໂຕຂອງເສດຖະກິດແຫ່ງຊາດ ຕາມປີປະຕິທິນໝົດປີ 2016 ເຫັນວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 7,02% ຫຼືມີມູນຄ່າ 129.279 ຕື້ກິບ, ສ່ວນ GDP ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.408 ໂດລາສະຫະລັດ (ຈໍານວນພົນລະເມືອງ 6,6 ລ້ານ ຄົນ), ຄອບຄົວທຸກຍາກໄດ້ຫຼຸດລົງຈາກ 6,59% ໃນປີ 2015, ຍັງເຫຼືອ 6,3% ໃນປີ 2016 ຂອງຄອບຄົວທັງໝົດ.


ທີ່ມາ: www.sedthakid.la


-----------------





Powered by Blogger.