Header Ads

"Kim Jong Un" ບູລຸດສະທ້ານໂລກ

ເຊື່ອວ່າຫຼາຍຄົນຄົງຮູ້ຊື່ບູລຸດໝາຍເລກໜຶ່ງຂອງ ສປປ. ເກົາຫຼີເໜື່ອ "Kim Jong Un"  ແຕ່ກໍອາດມີຫຼາຍຄົນທີ່ຍັງບໍ່ທັນຮູ້ປະຫວັດຂອງບູລຸດສະທ້ານໂລກຄົນນີ້.​ ສໍານັກຂ່າວ BBC News ໄດ້ລວບລວມປະຫວັດຂອງ  Kim Jong Un ຜູ້ນໍາ ສປປ. ເກົາຫຼີເໜື່ອຄົນປັດຈຸບັນທີ່ເປັນຜູ້ສືບສານອຸດົມການຈາກຜູ້ນໍາເກົາຫຼີເໜື່ອຄົນກ່ອນ Kim Jong-il.  ແນ່ນອນ ສາລະຄີບໍ່ງ່າຍທີ່ຈະລວບລວມຂໍ້ມູນ ແລະ ປະຫວັດຂອງບູລຸດນີ້ ຊື່ງທີມງານ BBC ຕ້ອງເກັບຂໍ້ມູນຈາກຄົນທີ່ຮູ້ຈັກເຂົາດີ ເພື່ອນໍາມາປະກອບເປັນສາລະຄະດີ "Kim Jong Un" ຊຸດນີ້.

"Kim Jong Un" ບູລຸດສະທ້ານໂລກຄົນນີ້ຕິດໜຶ່ງໃນ 4 ບຸກຄົນລະດັບໂລກໃນປັດຈຸບັນຈາກກໍລະນີໂຄງການອາວຸດນີວເຄຍທີ່ ສປປ. ເກົາຫຼີເໜືອ  ຊື່ອງກາຍເປັນທີ່ມາຂອງການທັກທ້ວງໃນຫຼາຍປະເທດໂດຍສະເພາະປະເທດມະຫາອຳນາດຢ່າງ ສະຫະລັດ ອາເມລິກາ ນໍາໂດຍປະທານາທິບໍດີ ໂດໂນ ທຣັມ ແລະ ອີກ 3 ຜູ້ນໍາຄົງທີ່ບໍ່ພົ້ນ ປະທານາທິບໍດີ Xi Jinping  ສປ ຈີນ,  ປະທານາທິບໍດີ  Vladimir Putin ຈາກ ຣັດເຊຍ, ນາຍົດລັດຖະມົນຕີ  Shonzo Abe ຈາກປະເທດຢີ່ປຸ່ນ ແລະ ຮັກສາການ ປະທານາທິບໍດີ Hwang Kyo-ahn ຂອງ ສສ. ເກົາຫຼີໃຕ້ທີ່ຖືວ່າອາດເປັນຄູ່ຮັບຜົນກະທົບໂດຍກົງໃນໂຄງການໂຄງການອາວຸດນີວເຄຍຂອງ ສປປ. ເກົາຫຼີເໜື່ອ.




Powered by Blogger.