Header Ads

10 ຜົນຮ້າຍຕໍ່ຮ່າງກາຍຈາກການນອນເດິກ


 ນີ້ແມ່ນ 10 ຜົນຮ້າຍຕໍ່ຮ່າງກາຍຈາກການນອນເດິກ


1. ຈະເຮັດໃຫ້ພູມຄຸ້ມກັນຕໍ່າ: ການນອນເດິກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ສະພາວະຮ່າງປັ່ນປ່ວນເຊີ່ງເປັນສາມາເຫດເຮັດໃຫ້ຮ່າງການອ່ອນແອ ແລະ ມີໂອກາດເປັນຫວັດໄດ້ງ່າຍທີ່ສຸດ ລວມເຖິງສາມາດຕິດເຊື້ອພະຍາດອື່ນໆ ໄດ້ງ່າຍເຊັ່ນກັນ;

2. ນອນເດິກຈະໃຫ້ອ້ວນ: ເມື່ອຮ່າງກາຍອ່ອນເພຍເພາະພັກຜ່ອນນ້ອຍ ຮ່າງກາຍຂອງເຮົາຈະເລີ່ມຮຽກຮ້ອງຢາກກິນອາຫານປະເພດໃຫ້ພະລັງງານສູງ ນັ້ນຄືທຳມະຊາດຂອງ ຮ່າງກາຍຕ້ອງການພະລັງງານມາທົດແທນ ແຕ່ການກິນອາຫານເກີນຄວາມຕ້ອງການຂອງຮ່າງກາຍ ແລະ ກິນແບບບໍ່ຖືກເວລາ ຮ່າງກາຍກໍ່ບໍ່ສາມາດຮັບເອົາສານໄດ້ທັງໝົດ ເຊິ່ງສ່ວນທີ່ເຫຼືອກໍກາຍເສດຂອງເຫຼືອ ທີ່ເປັນຕົ້ນເຫດຂອງຄວາມອ້ວນນັ້ນເອງ;


3. ສະຫມອງເຊື່ອມ: ຖ້າຢາກຕື່ນຂຶ້ນມາແບບສະຫມອງປອດໂປ່ງໃນຕອນເຊົ້າ ແລະ  ມີສະມາທິໃນການເຮັດວຽກງານ ກໍຄວນນອນໄວ ແຕ່ຖ້ານອນເດິກກໍ່ຈະເຮັດສະຫມອງເຮັດວຽກຫຼາຍກວ່າປົກກະຕິ ແລະ ເຊື່ອມແບບຫຼົງໆລືມໆ;


4. ອາລົມແປປ່ວນ: ການນອນເດິກ ແລະ ນອນບໍ່ພໍຈະເຮັດໃຫ້ຈະປັ່ນປ່ວນ, ດຽວດີດຽວຮ້າຍ, ມັກໂມໂຫງ່າຍ ແລະ ຊືມເສົ້າໃນຕອນບ່າຍ ອັນເນື່ອງມາຈາກຮ່າງກາຍພັກຜ່ອນບໍ່ພຽງເຮັດໃຫ້ສະຫມອງ ແລະ ຮ່າງກາຍບໍ່ສົດຊື່ນ;

5. ມັກມີອາການຫຼົງໆລືມໆ:  ການນອນເດິກເຮັດໃຫ້ສະມາທິສັ້ນ ແລະ ມັກມີອາການຫຼົງໆລືມໆແບບຮູ້ໂຕ ຍິ່ງຜູ້ທີ່ເຮັດວຽກ ຈະເຮັດວຽກບໍ່ມີປະສິດທິພາບ;


6. ສະມັດຕະພາບທາງເພດເຊື່ອມ: ພັກຜ່ອນນ້ອຍເຮັດຮ່າງກາຍສ້າງຮອລ໌ໂມນເທດໂທດເຕີໂລນຕໍ່າລົງເຊິ່ງເປັນສາເຫດເຮັດໃຫ້ສະມັດຕະພາບທາງເພດຫຼຸດຕໍ່າລົງ;

7. ຊີວິດຈະສັ້ນລົງ: ການນອນເດິກເຮັດໃຫ້ຮ່າງກາຍພັກຜ່ອນບໍ່ພຽງພໍ ເຊິ່ງໝາຍຄວາມວ່າຮ່າງກາຍຈະບໍ່ສາມາດຟື້ນຟູ ເຊສ ຫຼື ສ່ວນທີ່ສູນເສຍຂອງຮ່າງກາຍເຮັດໃຫ້ອາຍຸເຮົາອາດສັ້ນລົງຕາມສັງຂານ;

8. ປະສິດທິພາບໃນການເບິ່ງເຫັນຕໍ່າ: ໃຊ້ສາຍຕາຫລາຍມາທັງມື້ແລ້ວຍັງບໍ່ຍອມພັກສາຍຕາເປັນອີກບັນຫາຂອງຄົນນອນເດິກ ແລະ ທັງເປັນສາເຫດໃຫ້ສາຍຕາມີປະສິດທິພາບໃນການເບິ່ງເຫັນຕໍ່າກວ່າຄົນນອນປົກກະຕິ;


9. ສ່ຽງຕໍ່ການເປັນໂລກຫົວໃຈ: ຂະບວນການສະສົມໂປຕີນໃນຊ່ວງທີ່ເຮົາຕື່ນນອນ ຈະມີຜົນຕໍ່ການເກີດໂລກຫົວໃຈ ແລະເມື່ອເຮົາຫລັບພັກຜ່ອນ ຫຍັງທີ່ສະສົມໄວ້ເກີນກໍຈະຖືກຂັບອອກໄປ ການນອນບໍ່ພໍຈຶ່ງສ່ຽງຕໍ່ພະຍາດຫົວໃຈນັ້ນເອງ;

10. ນອນເດິກເປັນສິວງ່າຍ: ການນອນບໍ່ພໍ ແລະ ພັກຜ່ອນນ້ອຍ ເປັນສາເຫດການເກີດສີວ ອັນເນື່ອງມາຈາກພັກຜ່ອນທີ່ບໍ່ພຽງພໍເຮັດໃຫ້ຜິວຫ້ຽວແຫ້ງ ແລະ ເຊື່ອມສະພາບກາຍເປັນສິວໃນທີ່ສຸດ. 



© ໂຕະນໍ້າຊາ | tonamcha.com 
-----------------

Powered by Blogger.