Header Ads

ສປປ ລາວ ໄດ້ຮັບສິທິພິເສດທາງດ້ານການຄ້າ ຫຼາຍກວ່າ 50 ປະເທດທົ່ວໂລກ



ສປປ ລາວ ໄດ້ຮັບສິດທີພິເສດທາງການຄ້າຫຼາຍກວ່າ 50 ປະເທດໃນໂລກ ໃນບັນດາປະເທດທີ່ລາວໄດ້ຮັບສິດທິພິເສດນັ້ນ, ໃຫ້ສິດທິພິເສດຝ່າຍດຽວມີ 42 ປະເທດຄື: ສະຫະພາບເອີຣົບ 28 ປະເທດ (ໂອຕຣິດ, ແບຊິກ, ບູນກາລີ, ໄຊປຣັດ, ສາທາລະນະລັດເຊັກ, ດານມາກ, ແອັດສະໂຕນີ, ເຢຍລະມັນ, ເກຣັກ, ແຟງລັງ, ຝຣັ່ງ, ອຽກລັງ, ອີຕາລີ, ລັດວີ, ລີທົວນີ, ລຸກຊຳບວກ, ມົວຕາ, ເນເທີແລນ, ໂປໂລຍ, ປ໊ອກຕຸຍການ, ໂຣມານີ,​ ສະໂລວັກ, ສະໂລເວນີ, ແອັດສະປາຍ, ສະວີເດັນ, ອັງກິດ ແລະ ໂຄເອເຊຍ), ສະວິດ, ການາດາ, ອົດສະຕຣາລີ, ນິວຊີແລນ, ຕວັກກີ, ນ໊ອກແວ, ຣັດເຊຍ, ເບລາຣຸສ, ​ກາຊັກສະຖານ, ຍີ່ປຸ່ນ, ສປ ຈີນ, ສ ເກົາຫຼີ, ອິນເດຍ ແລະ ຈີນໄຕ້ຫວັນ ແມ່ນການຍົກເວັ້ນ ຫຼື ຫຼຸດຜ່ອນພາສີແບບບໍ່ຫວັງຜົນຕອບແທນ.



ນອກຈາກນັ້ນ, ຍັງໄດ້ຮັບສິດທິພິເສດແບບຕອບແທນກັນມີ 15 ປະເທດ ໂດຍຜ່ານການເຈລະຈາຕໍ່ລອງໃນການຍົກເວັ້ນ ຫຼື ຫຼຸດຜ່ອນພາສີໃຫ້ແກ່ກັນ ເພື່ອເປັນການປະຕິຮູບລະບົບການບໍລິການແນ່ໃສ່ບໍລິການຜູ້ປະກອບການກ່ຽວກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ. ໂດຍສາມາດອອກໄດ້ 2 ຮູບແບບຄື: ອອກດ້ວຍເຈ້ຍ (Manual), ອອກທາງອີເລັກໂຕຣນິກ (E-Co) ແລະ ອອກດ້ວຍຕົນເອງຂອງອາຊຽນ ແລະ ສະຫະພາບເອີຣົບ (Self-Certification) ເພື່ອອຳນວຍຄວາມສະດວກ, ຫຼຸດຜ່ອນຂັ້ນຕອນ, ປະຢັດເວລາ, ປະຢັດຕົ້ນທຶນ ແລະ ການແຂ່ງຂັນໃນເວທີສາກົນພາກທຸລະກິດ.


ທີ່ມາ: ຂ່າວເສດຖະກິດ-ການຄ້າ  | ພາບ : Lonely Planet   
© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.