Header Ads

ເຄື່ອງຈໍາເປັນທີ່ຕ້ອງກະກຽມກ່ອນເກີດລູກສໍາລັບແມ່ມືໃໝ່ທີ່ຍັງບໍ່ທັນມີປະສົບການ.



ເຊື່ອຫຼາຍແມ່ມືໃໝ່ຫຼາຍຄົນອາດບໍ່ຮູ້ວ່າມີເຄື່ອງຫຍັງແດ່ທີ່ຈໍາເປັນ ແລະ ຕ້ອງກະກຽມສຳລັບການເກີດລູກຄົນທໍາອິດ ເຊິ່ງມີຫຼາຍຄົນເຊັ່ນກັນທີ່ໄປເກີດລູກແຕ່ບໍ່ກະກຽມເຄື່ອງຂອງສຳລັບເກິດລູກເຮັດໃຫ້ສັບສົນວຸ້ນວາຍບໍ່ຮູ້ຈະໄປເໜືອໄປໃຕ້  ແລະ
ເມື່ອໄປຊື້ຊໍ້າພັດລາຄາແພງກວ່າທ້ອງຕະຫຼາດ ເຮັດໃຫ້ເສຍເງິນຕື່ມອີກ.  ມື້ນີ້ ທີມງານໂຕະນໍ້າຊາ ຂໍແນະນໍາເຄື່ອງ
 ຫຼື ອຸປະກອນທີ່ຈໍາເປັນຕ້ອງໃຊ້ສໍາລັບເກີດລູດໃໝ່ ໂດຍເຄື່ອງສຳລັບແມ່ແມ່ນມີ 8 ຢ່າງ  ແລະ ສໍາລັບລູກນ້ອຍເກີດໃໝ່ແມ່ນມີ 4 ຢ່າງ  ເຊິ້ງແຕ່ລະຢ່າງ ປະກອບດ້ວຍ:



ເຄື່ອງສຳລັບແມ່

1. ສີ້ນຜ້າຝ້າຍ ຫຼື ສີ້ນແຕ້ມ
2. ສົ້ງສະຫຼິບ
3. ຜ້າອະນາໄມ
4. ກະຕິກນໍ້າຮ້ອນ
5. ຖ້ວຍ,ບ່ວງ,ຈອກ ແລະ ຈານ
6. ຜ້າຫົ່ມ
7. ເສື້ອຊ້ອນໃໝ່
8. ເສື້ອແພຝ້າຍໃໝ່ 


ສໍາລັບລູກນ້ອຍເກີດໃໝ່

1. ຜ້າອ້ອມ
2. ຜ້າຂົນໝູ
3. ໝວກສຳລັບເດັກນ້ອຍເກີດໃໝ່
4. ເສື້ອ
5. ສະບູ ແລະ ຢາສະຜົມ
6. ຖົງຕີນ ແລະ ຖົງມື
7. ໄມ້ຜັນຫູສໍາລັບເດັກນ້ອຍ



© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.