Header Ads

ການນຳໃຊ້ເຕັກນິກ ” Visualization ” ເຂົ້າໃນການວາງແຜນວຽກໃຫ້ເກີດປະສິດທິພາບ




ວ່າດ້ວຍ : ເຕັກນິກ ” Visualization ” ເຂົ້າໃນການວາງແຜນວຽກໃຫ້ເກີດປະສິດທິພາບ

ການນໍາໃຊ້ເຕັກນິກນີ້ໝາຍເຖິງການວາດພາບ ຫຼື ຈິນຕະນາການໜ້າວຽກ ແລະ ເຫດການທີ່ຄາດວ່າຈະເກີດຂື້ນໃນໜ້າຂອງໜ້າວຽກແຕ່ລະຂັ້ນຕອນ ເຊິ່ງຜົນຂອງການວາງແຜນແບບນີ້ຈະເຮັດໃຫ້ເຫັນພາບເປັນສາກໆຄ້າຍກັບລະຄອນ ເຊິ່ງ
ເຕັກນິກນີ້ມີປະສິດທິພາບທີ່ສຸດເພາະມັນຈະເຮັດໃຫ້ເຫັນໂຄງພາບ ຫຼື ສິ່ງທີ່ເຮົາວາງແຜນໜ້າວຽກແຕ່ລະປິດຍ່ອຍ ເຕັກນິກນີ້ເໜາະສໍາລັບການວາງແຜນໂຄງການ, ວຽກທີ່ຕ້ອງເຮັດກັບທີມງານຫຼາຍຄົນ, ວຽກທີ່ມີຂະບວນການສັບສົນ ແລະ ໜ້າວຽກອື່ນໆຕາມຄວາມເໜາະສົມ ເຊິ່ງໂຄງສ້າງການວາງແຜນສ່ວນໃຫຍ່ປະກອບດ້ວຍພາບໃຫຍ່ໆລຸ່ມນີ້:

໑. ແຜນວຽກ
໒. ແຜນຄົນ
໓. ແຜນເງິນ
໔. ແຜນສໍາຮອງ(ກໍລະນິ ການປະຕິບັດຈິງອາດບໍ່ເປັນໄປຕາມສິ່ງທີ່ວາງໄວ້)
໕. ແຜນອຸປະກອບ/ເຄືອງມື




ສໍາລັບແຜນວຽກ [໑] ຖ້າໃຊ້ເຕັກນິກ Visualization ມັນຈະເຮັດໃຫ້ຮູ້ວ່າແຕ່ລະວຽກມີຫັຍງ, ໃຜຮັບຜິດຊອບວຽກຈຸດໃດ, ຂັ້ນຕອນການເຮັດວຽກມີຫຍັງແດ່, ອຸປະກອນຫຍັງຕ້ອງການ, ມີຫຍັງທີ່ເປັນບັນຫາບໍ່, ຕ້ອງການສະໜັບສະໜູນຈຸດໃດເປັນພິເສດ, ບັນຫາທີ່ຄາດວ່າອາດຈະເກີດມີຫຍັງແດ່ ແລະ ກໍລະນິສຸກເສີທກໍສາມາດສ້າງທີມງານ 2IC (second in charge) ເພື່ອແກ້ໄຂບັນຫາ ແລະ ດໍາເນີນງານຕໍ່.

ສໍາລັບຂໍ້ນີ້ເພີ່ມຍັງສາມາດໃຊ້ຄູ່ກັບເຕັກນິກ WorkFlow ນໍາອີກເພື່ອໃຫ້ເຫັນພາບຈັດເຈນຂື້ນຕື່ມ.

ຜົນປະໂຫຍດຈາກເຕັກນິກນີ້:


໑. ເຫັນພາບທີ່ຈັດເຈັນໃນສິ່ງທີ່ຈະເຮັດ
໒. ກຳນົດເປົ້າໝາຍ ແລະ ລະດັບຄາດໝາຍ
໓. ສາມາດເຮັດໃຫ້ຜູ້ປະຕິບັດເຂົ້າໃຈງ່າຍ ແລະ ດໍາເນີນໂດຍສະດວກ
໔. ມີຄວາມຜິດພາດນ້ອຍ
໕. ມີປະສິດທິພາບສູງ


© ໂຕະນໍ້າຊາ | tonamcha.com 
----------------



Powered by Blogger.