Header Ads

ລາວ-ໄທ ເພີ່ມທະວີການຮ່ວມມື ສົ່ງເສີມການຄ້າ-ການລົງທຶນ




ໃນ​ວັນ​ທີ 23-25 ພຶດສະພາ 2017 ທ່ານ​ ສົມ​ຄິດ ຈາຕຸ​ສີ​ພິທັກ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ພ້ອມ​ຄະນະ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ເຊິ່ງ​ໃນ​ວັນ​ທີ 24 ພຶດສະພາ 2017 ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ ທີ່​ນະຄອນຫລວງ​ວຽງຈັນ, ​ເພື່ອ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ​ແລະ ປຶກສາ​ຫາລື ກ່ຽວກັບ​ການ​ສົ່ງ​ເສີມ ​ການ​ເປັນ​ຄູ່​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ສົ່ງ​ເສີມ​ການ​ເຊື່ອ​ໂຍງ, ການ​ຄ້າ-​ການ​ລົງທຶນ ​ແລະ ການທ່ອງທ່ຽວ.

ສອງ​ຝ່າຍ​ເຫັນ​ດີ​ຂະຫຍາຍ​ການ​ຮ່ວມ​ມື​ ດ້ານ​ເສດຖະກິດລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ຄວາມ​ຈະ​ເລີ​ນ​ແບບ​ຍືນ​ຍົງ ລາວ​-​ໄທ ​ແລະ ພາກພື້ນລຸ່ມ​ແມ່​ນ້ຳຂອງ ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​​ ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ໂດຍ​ຝ່າຍ​ໄທ ​ເຫັນ​ພ້ອມ​ຈະ​ສະໜັບສະໜູນ ນະ​ໂຍບາຍ​ພັດທະນາ​ເສດຖະກິດ-​ສັງຄົມ ຂອງ ສປປ ລາວ ​ເພື່ອ​ນຳພາ​ປະ​ເທດ​ຊາດ ຫລຸດ​ພົ້ນ​ຈາກ​ສະຖານະ​ພາບ​ ປະ​ເທດ​ດ້ອຍ​ພັດທະນາ ​ໃນ​ປີ 2020. ສອງຝ່າຍ​ ຍັງ​ຈະດຳ​ເນີນ​ໂຄງການ ​ເພື່ອ​ການ​ພັດທະນາ ດ້ານ​ຊັບພະຍາກອນ​ມະນຸດ, ກະສິກຳ, ການທ່ອງທ່ຽວ, ການ​ສຶກສາ ​ແລະ ສາທາລະນະ​ສຸກ ຕາມ​ແຜນການ​ຮ່ວມ​ມື​ ດ້ານ​ວິຊາ​ການ​ລາວ-​ໄທ; ຈະ​ຮ່ວມ​ກັນ​ສ້າງ​ແຜນ​ແມ່​ບົດ ​ການ​ເຊື່ອມ​ໂຍງ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ພາກພື້ນລຸ່ມ​ແມ່​ນ້ຳຂອງ ​ເພື່ອ​ເຊື່ອມ​ໂຍງ ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຂົນ​ສົ່ງ, ຖະໜົນ​ຫົນທາງ, ຂົວ, ລົດ​ໄຟ, ທ່າ​ເຮືອ ​ແລະ ການ​ອໍາ​ນວຍຄວາມ​ສະດວກ​ ໃຫ້​ແກ່​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ​ເພື່ອ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ ຕາມ​ເຂດ​ຊາຍ​ແດນ ​ແລະ ການ​ທ່ອງ​ທ່ຽວ​.  


ສອງ​ຝ່າຍ ຈະກໍານົດ​ເອົາ​ຈຸດ​ຜ່ານ​ຊາຍ​ແດນ ສະຫວັນ​ນະ​ເຂດ-ມຸກດາ​ຫານ ​ເປັນ​​ເຂດ​​ແຈ້ງ​ກວດ​ສິນ ຄ້າຮ່ວມ​ກັນ (Common control area) ​ເພື່ອ​ໃຫ້​ສາມາດ​ຈັດຕັ້ງປະຕິບັດ​ ພາຍ​ໃນ​ປີ 2017 ນີ້; ​ພ້ອມ​ທັງເຫັນ​ດີ​ ຈະ​ເລັ່ງການ​ສ້າງ​ຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 5 ລະ​ຫວ່າງ ​ແຂວງ ບໍລິ​ຄໍາ​ໄຊ ​ແລະ ຈັງ​ຫວັດບຶງ​ການ ​ແລະ ຈະ​ສົ່ງ​ເສີມ​ການ​ເຊື່ອມ​​ໂຍງ​ພາກ​ພື້ນ ລະຫວ່າງ ກໍາປູ​​ເຈຍ, ລາວ, ມຽນມາ, ຫວຽດ ນາມ ​ແລະ ​ໄທ (CLMVT), ​ທັງສະໜັບ​ສະ​ໜູນ​ ໃຫ້​ມີ​ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ ການ​ເຊື່​ອມ​ໂຍງຂົງ​ເຂດ​ດັ່ງກ່າວ ​ໃນ​ດ້ານ​ຕ່າງໆ ພາຍ​ໃຕ້ຂອບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ ການ​ຮ່ວມ​ມື​ເສດຖະກິດ​ແມ່​ນໍ້າອີຣະວະ​ດີ-​​ແມ່​ນໍ້າເຈົ້າພະຍາ-​ແມ່​ນໍ້າຂອງ ຫລື ACMECS. ສຳລັບດ້ານ​ການ​ຄ້າ​ ​ແລະ ການ​ລົງທຶນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ ຈະ​ສົ່ງ​ເສີມ​ ເພີ່ມ​ປະລິມານ​ການ​ຄ້າ​ສອງ​ຝ່າຍ​ ໃຫ້​ສູງ​ກວ່າ 10 ຕື້​ໂດ​​ລາ​ສະຫະລັດ ໃນ​ປີ 2024 ​ໂດຍ​ນໍາ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ທຸກ​ກົນ​ໄກ ຂອງ​ລັດ ​ແລະ ພາກ​ເອກະ​ຊົນ ​ເນື່ອງ​ຈາກປະ​ເທດ​ໄທ ​ໄດ້​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າສໍາຄັນ ​ຂອງ ສປປ ລາວ ມາ​ຫລາຍ​ກວ່າ 40 ປີ ​ແລະ ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ ໃນ​ແຕ່​ລະ​ໄລຍະ ​ມີ​ທ່າ​ອ່ຽງເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຈາກ 2,2 ຕື້​​ ໃນ​ສົກ​ປີ 2010-2011 ​​ເພີ່ມ​ເປັນ 5,8 ຕື້​ໂດ​ລາ​ສະຫະລັດ​ ໃນ​ສົກ​ປີ 2015-2016.​ ພ້ອມ​ນັ້ນ, ສອງ​ຝ່າຍ​ເຫັນ​ດີ ຈະ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ສ້າງຕັ້ງກອງ​ທຶນ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ (Infras tructure Fund) ​​ເພື່ອ​ສົ່ງ​ເສີມ​ໂຄງການ​ພັດທະ​ນາ​ ພື້ນຖານ​ໂຄງ​ລ່າງ ​ຢູ່ ສປປ ລາວ ​ແລະ ສະໜັບສະໜູນ ​ນະ​ໂຍບາຍ​ການ​ພັດທະນາ​ພະລັງງານ​ຂອງ​ລາວ.  ​ໃນ​ດ້ານ​ການ​ສົ່ງ​ເສີມ​ ການ​​ໄປມາຫາສູ່​ລະ​ຫວ່າງ​ປະຊາຊົນ​ ສອງ​ປະ​ເທດ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈະ​ສ້າງ​ແຜນ​ແມ່​ບົດ​ ດ້ານ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ​ຮ່ວມ​ກັນ ​ພາຍ​ໃຕ້​ຄວາມ​ຄິດສອງ​ປະ​ເທດ ໜຶ່ງ​ຈຸດໝາຍ​ປາຍທາງ (Two Countries, One Destination) ​ໂດຍ​ມອບ​ໃຫ້​ຂະ​ແໜງ​ກາ​ນທ່ອງ​ທ່ຽວ ຂອງສອງປະ​ເທດ ນໍາໄປ​ປຶກສາ​ຫາລືລາຍ​ລະອຽດ​​ ໃນ​ຂັ້ນຕໍ່​ໄປ. ນອກຈາກ​ນັ້ນ, ກໍໄດ້​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ແລະ ຕະຫລາດ​ຫລັກ​ຊັບ.          

ການ​ພົບ​ປະ​ຫາລື​ຄັ້ງນີ້​, ໄດ້​ດໍາ​ເນີນ​ໄປ​ດ້ວຍ​ບັນຍາກາດ ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ​, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກັນ ​ແລະ ມີ​ຜົນ​ສໍາ​ເລັດ​ດ້ວຍ​ຄວາມ​ຈົບງາມ ​ເຊິ່ງ​ຈະ​ເປັນ​ການ​ສືບ​ຕໍ່​ ຊຸກຍູ້​ສົ່ງ​ເສີມ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ ຖານ​ບ້ານ​ໃກ້​ເຮືອນ​ຄຽງ ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ​ໄທ ​ໃຫ້​ເຕີບໃຫຍ່​ຂະຫຍາຍຕົວ ​ແລະ ​ເຂັ້ມ​ແຂງ​ຍິ່ງໆ​ ຂຶ້ນ, ອັນ​ເປັນການ​ປະກອບສ່ວນ​ໃຫ້​ແກ່ການ​ຮ່ວມ​ມື ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ສອງ​ປະ​ເທ​ດ ລາວ-​ໄທ, ​ໃຫ້​ເພີ່ມຂຶ້ນທັງ​ບໍລິ​ມາດ ​ແລະ ປະສິດທິພາບ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ ​ປະ​ເທດ ກໍຄື​ພາກ​ພື້ນ

ພາບ/ຂ່າວ: ຂປລ 
-----------------



Powered by Blogger.