Header Ads

ຍອດຜູ້ຕິດເຊື້ອພະຍາດອະຫິວາ ໃນເຢເມນ ເພີ່ມຂື້ນ 1 ແສນກວ່າຄົນ



ຕາມຂ່າວ ຕ່າງປະເທດ, ວັນທີ 8 ເດືອນ ມີຖຸນາ, ເຈົ້າໜ້າທີ່ ອົງການ ອະນາໄມໂລກ ໃຫ້ຮູ້ວ່າ ຍອດ ຜູ້ເສຍຊິວິດ ຈາກ ພະຍາດ ອະຫິວາ ໃນເຢເມນ ເພີ່ມຂຶ້ນເປັນ 101.820 ຄົນ, ເສຍຊິວິດ 789 ຄົນໃນ 19 ເຂດ ນັບແຕ່ ພະຍາດນີ້ ເລີ່ມແຜ່ລະບາດ ເມື່ອເດືອນ ເມສາ ເປັນ ຕົ້ນມາ.  ພະຍາດ ອະຫິວາ ໄດ້ແຜ່ລະບາດ ຈາກ 19 ເຂດ ເປັນ 23 ເຂດ ຢ່າງວ່ອງໄວ ເນື່ອງຈາກ ປະເທດນີ້ ປະເຊີນ ກັບສົງຄາມ ກາງເມືອງ ເປັນເວລາ 2 ປີ  ເຮັດໃຫ້ ລະບົບ ການດູແລ ດ້ານ ສາທາລະນະສຸກ ຖືກຢຸດຕິ ລົງ. ຄາດວ່າ ຍອດ ຜູ້ຕິດເຊື້ອ ພະຍາດນີ້ ອາດຈະ ເພີ່ມຂຶ້ນ ເຖິງ 300.000 ຄົນ .



ທີ່ມາ: ຂປລ 
© ໂຕະນໍ້າຊາ | tonamcha.com 
___________



Powered by Blogger.