Header Ads

ເຊກອງມີໂຄງການລົງທຶນ 286 ໂຄງການ ມີມູນຄ່າລວມ 3.929,16 ຕື້ກີບ



ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງ 5 ສະໄໝທີ IX ໃຫ້ຮູ້ວ່າ: ໃນປີ 2017 ສະພາແຫ່ງຊາດ ໄດ້ອະນຸມັດໂຄງການລົງທຶນຂອງລັດ ໃຫ້ແຂວງເຊກອງ ລວມທັງໝົດ 286 ໂຄງການ, ມີມູນຄ່າລວມ 3.929,16 ຕື້ກີບ ແລະ ສະພາອະນຸມັດງົບປະມານໃນປີ 2017 ມູນຄ່າລວມ 198,43 ຕື້ກີບ ໃນນັ້ນ; ມີທຶນຕ່າງປະເທດມີ 10 ໂຄງການ, ມູນຄ່າ 75,59 ຕື້ກີບ;  ທຶນພາຍໃນມີ  276 ໂຄງການ, ມູນຄ່າລວມ 122,84 ຕື້ກີບ; ໃນນັ້ນ: ມີໂຄງການສືບຕໍ່ 105 ໂຄງການ ສະພາອະນຸມັດງົບປະມານມີມູນຄ່າ 169,73 ຕື້ກີບ, ໂຄງການປະຕິບັດໜ້າວຽກສໍາເລັດ 100% ຈໍານວນ 118 ໂຄງການ ສະພາອະນຸມັດງົບປະມານມີມູນຄ່າ 22,32 ຕື້ກີບ ແລະ ໂຄງການສະເໜີໃໝ່ ຈໍານວນ 63 ໂຄງການ ສະພາອະນຸມັດງົບປະມານມີມູນຄ່າ 6,37 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດຕົ້ນເດືອນ 06/2017; ສາມາດຈັດຕັ້ງປະຕິບັດໄດ້ 285 ໂຄງການ, ສາ ມາດຢັ້ງຢືນສະເໜີຂໍເບີກຈ່າຍແລ້ວ (ທຶນພາຍໃນ) ມີ 107 ໂຄງການ, ມູນຄ່າ 77,4 ຕື້ກວ່າກີບ ທຽບໃສ່ແຜນບັນລຸໄດ້ 63% ແລະ ບໍ່ໄດ້ຖືກຈັດຕັ້ງປະຕິບັດ 1 ໂຄງການ (ຄື: ໂຄງການກໍ່ສ້າງເສັ້ນທາງປູເບຕົງເທດສະບານແຕ່ປະຕູໂຂງດ້ານເໜືອ-ປະຕູໂຂງດ້ານໃຕ້ ລວງຍາວ 10 ກມ). ພ້ອມກັນນັ້ນ, ລັດຖະບານຍັງໄດ້ຊໍາລະໂຄງການໜີ້ສີນສໍາເລັດ 100% ປີ 2016 ໃຫ້ແຂວງເຊກອງ ມູນຄ່າ 12,74 ຕື້ກີບ ແລະ ລັດຖະບານຍັງແຈ້ງການໃຫ້ແຂວງສັງລວມໂຄງການໜີ້ສີນສໍາເລັດ 100% ເພື່ອສະເໜີລັດຖະບານຄົ້ນຄວ້າແກ້ໄຂຮູບແບບອວ່າຍໜີ້ 3 ແຈ ໃນປີ 2017, ຊຶ່ງປະຈຸບັນ, ພະແນກແຜນການ ແລະ ການລົງທຶນ ກໍາລັງຢູ່ໃນຂັ້ນຕອນສັງລວມ.

ນອກນີ້ຍັງມີ ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມທາງການເພື່ອການພັດທະນາ (ODA); ໃນ 5 ເດືອນຕົ້ນປີ 2017 ນີ້ ໄດ້ຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາທັງໝົດມີ 13 ໂຄງການ, ມີມູນຄ່າລວມ 3,09 ລ້ານໂດລາ (ສ່ວນໃຫຍ່ແມ່ນກອງທຶນ ຂອງ NGO ຂອງຂັ້ນສູນກາງທີ່ມາປະຕິບັດຢູ່ທ້ອງຖິ່ນ); ມາຮອດປັດຈຸບັນ ບັນດາໂຄງການດັ່ງກ່າວ ແມ່ນຢູ່ໃນລະຫວ່າງການວາງແຜນດຳເນີນງານໃນການຈັດຕັ້ງປະຕິບັດ ຄື: ຂະແໜງກະສິກຳ-ປ່າໄມ້ ມີທັງໝົດ 10 ໂຄງການ, ມີມູນຄ່າ 1,19 ລ້ານໂດລາ; ໂຄງການ ຊກພ ທີ່ມີທຶນສົມທົບຂອງລັດຖະບານ ມີ 7 ໂຄງການ, ມີມູນຄ່າ 0,23 ລ້ານໂດລາ; ໂຄງການ ຊກພ ທີ່ບໍ່ມີທຶນສົມທົບຂອງລັດຖະບານ ມີ 3 ໂຄງການ, ມີມູນຄ່າ 0,96 ລ້ານໂດລາ; ຂະແໜງສຶກສາທິການ ແລະ ກິລາ ມີທັງໝົດ 3 ໂຄງການ, ມີມູນຄ່າ 1,9 ລ້ານໂດລາ.

ສໍາລັບການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ; ໃນ 5 ເດືອນຕົ້ນປີ 2017 ນີ້ ແມ່ນໄດ້ຈັດຕັ້ງປະຕິບັດການເຊັນສັນຍາພັດທະນາໂຄງການ (PDA) 2 ໂຄງການ, ເປັນໂຄງການທີ່ໄດ້ເຊັນ (MOU) ໃນປີ 2016 ເຊິ່ງແມ່ນໂຄງການລົງທຶນຂອງເອກະຊົນພາຍໃນ, ໃນການພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ເຊິ່ງມີກຳລັງການຜະລິດ 13,8 ເມັກກາວັດ ແລະ 15 ເມັກກາວັດ, ມີມູນຄ່າໂຄງການ 102 ລ້ານໂດລາສະຫະລັດ. ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງ, ສຳຫຼວດ ເຂື່ອນໄຟຟ້າຂະໜາດຕ່າງໆ ດ້ວຍພະລັງງານນ້ຳ, ລົມ, ຄວາມຮ້ອນ, ສໍາຫຼວດແຮ່ທາດຕ່າງໆ ແລະ ການປູກຕົ້ນໄມ້ອຸດສາຫະກໍຳ ແລະ ການລົງທຶນຂອງທະນາຄານ; ໃນໄຕມາດທໍາອິດຂອງປີ 2017 ສາມາດປ່ອຍສິນເຊື່ອໄດ້ທັງໝົດ 38,96 ຕື້ກີບ ປະຕິບັດໄດ້ 28,02% ຂອງແຜນການທີ່ວາງໄວ້ໃນປີ 2017 (ຄາດໝາຍ 139 ຕື້ກີບ).


ພາບ-ຂ່າວ: ພຸດທະສອນ | ຂ່າວ: ແຂວງເຊກອງ 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.