Header Ads

ເຈົ້າໜ້າທີ່ຮຽກຜູ້ຂັບລົດແກ່ໄມ້ເຖື່ອນເຂົ້າສອບປາກຄໍາເປັນລາຍບຸກຄົນແລ້ວ



ແຫຼ່ງຂ່າວຈາກແຂວງຫຼວງນໍ້າທາໄດ້ເປີດເຜີຍໃນວັນທີ 22 ມິຖຸນາ 2017 ນີ້ວ່າຫຼ້າສຸດເຈົ້າໜ້າທີ່ສະເພາະກິດໄດ້ຮຽກຜູ້ຂັບລົດແກ່ໄມ້ເຂົ້າສອບປາກຄໍາເປັນລາຍບຸກຄົນແລ້ວ ພາຍຫຼັງເຈົ້າໜ້າທີ່ສະເພາະກິດກວດພົບ ແລະ ຢຶດໄມ້ຊຸກເຊື່ອງໄວ້ແບບຜິດກົດໝາຍປະມານ 158 ແມັດກ້ອນທີ່ດ່ານບໍ່ເຕັນ ແຂວງຫຼວງນໍ້າທາໃນວັນທີ 16 ມິຖຸນາ 2017 ຜ່ານມາ. ມື້ດຽວກັນນີ້ ເຈົ້າໜ້າທີ່ຍັງໄດ້ນໍາເອົາລົດຈຳນວນ 7 ຄັນທີ່ຂົນໄມ້ໄປກັກໄວ້ທີ່ກອງບັນຊາການທະຫານແຂວງ.



ການຈັດຕັ້ງປະຕິບັດກວາດລ້າງ ແລະ ຍຶດໄມ້ຄັ້ງນີ້ແມ່ນໜຶ່ງໃນຫຼາຍມາດຕະການຄວາມເຂັ້ມງວດ ໃນການ ຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບ ເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ແລະ ຂໍ້ຕົກລົງ ວ່າດ້ວຍການ ແຕ່ງຕັ້ງ ຄະນະ ສະເພາະກິດ ເລກທີ 40 ລົງວັນທີ 2 ມິຖຸນາ ເພື່ອ ອອກກວດກາ ແລະ ແນະນຳ ຈັດຕັ້ງ ປະຕິບັດ ຄຳສັ່ງ ເລກທີ 15/ນຍ ຂອງນາຍົກ ລັດຖະມົນຕີ ໃນ ທົ່ວປະເທດ.


ສປປ ລາວມີເນື້ອທີ່ປົກຫຸ້ມປ່າໄມ້ 70% ໃນຊຸມປີ 1968 ແຕ່ປັດຈຸບັນນີ້ເນື້ອທີ່ປ່າໄມ້ຫຸ້ມທົ່ວປະເທດຍັງເຫຼືອພຽງ 40% ເຊິ່ງການຫຼຸດລົງຂອງເນື້ອທີ່ປ່າໄມ້ຈໍານວນໜຶ່ງເກີດຈາກການຖາງປ່າເຮັດໄຮ່, ການຂະຫຍາຍເນື້ອທີ່ເຂດພັດທະນາ, ການຕັດໄມ້ເພື່ອເປັນສິນຄ້າ ແລະ ອື່ນໆ. ແນວໃດກໍດີ ແຕ່ນີ້ຫາປີ 2020 ລັດຖະບານຈະສູ້ຊົນເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມບັນລຸ 70% ໃນທົ່ວປະເທດ.

ທີ່ມາຂປລ 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.