Header Ads

ແຂວງຫຼວງພະບາງໄດ້ຈັດພິທີເຕົ້າໂຮມຊຸມນຸມສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 30 ປີ ນັບແຕ່ ວັນທີ 26 ມີຖຸນາ


ຕອນເຊົ້າວັນທີ 26 ມິຖຸນານີ້ ແຂວງຫຼວງພະບາງໄດ້ຈັດພິທີເຕົ້າໂຮມຊຸມນຸມສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 30 ປີ ນັບແຕ່ ວັນທີ 26 ມີຖຸນາ ປີ 1987- 26 ມີຖຸນາ ປີ 2017 ຂຶ້ນ ທີ່ເດີ່ນກິລາໃນຮົ່ມ ບ້ານນາສ້າງເຫວີຍ ໂດຍມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ມີເຈົ້າເມືອງ, ຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ, ສປ ຈີນ ປະຈຳພາກເໜືອ ແລະ ຜູ້ຕາງໜ້າພະແນກການຂອງແຂວງ, ພະນັກງານ, ທະຫານ, ຕ່ຳຫຼວດ, ຫົວໜ່ວຍທຸລະກິດ, ຄູ-ອາຈານ, ນັກສຶກສາ ຕະຫຼອດຮອດປະຊາຊົນພາຍໃນເທດສະບານເມືອງຫຼວງພະບາງເຂົ້າຮ່ວມ. 

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ຫຼວງພະບາງ ໄດ້ຂຶ້ນເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງ ວັນສາກົນຕ້ານຢາເສບຕິດ ຍົກໃຫ້ເຫັນບັນດາຜົນງານ ແລະ ຜົນສຳເລັດໃນການຈັດຕັ້ງປະຕິວຽກງານ ຕ້ານຢາເສບຕິດໃນໄລຍະໜຶ່ງປີຜ່ານມາ ອັນເປັນວຽກງານທີ່ພັກ ແລະ ລັດຖະບານ ຖືວ່າເປັນໄພອັນຕະລາຍຢ່າງຮ້າຍແຮງຕໍ່ມວນມະນຸດ, ເປັນອຸປະສັກກົດໜ່ວງການສ້າງສາພັດທະນາເສດຖະກິດ ສັງຄົມຂອງແຕ່ລະປະເທດ, ເປັນບໍ່ເກີດແຫ່ງການກໍ່ອາດຊະຍາກຳ, ການສໍ້ລາດບັງຫລວງ ຜູ້ຕົກເປັນທາດ ຫຼື ຜູ້ທີ່ພົວພັນກັບຢາເສບຕິດແມ່ນມີຄວາມສ່ຽງສູງຕໍ່ການເສຍຊີວິດ ແລະ ເກີດປະກົດການຫຍໍ້ທໍ້ໃນຄອບຄົວ, ຍ້ອນແນວນັ້ນ ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ຈິ່ງໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສຳຄັນ ແລະ ໄດ້ຊີ້ນຳນຳພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈິງຈັງຕະຫລອດມາ.

 ສະເພາະຢູ່ແຂວງຫຼວງພະບາງ ໃນໄລຍະໜຶ່ງປິຜ່ານມາ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ເຈົ້າໜ້າທີ ໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມໃຫ້ປະຊາຊົນ ຊັ້ນຄົນຕ່າງໆ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ພິດ ໄພ ແລະ ຜົນຮ້າຍຂອງຢາເສບຕິດຢ່າງເປັນປະຈຳ, ທ່ານຮອງເຈົ້າແຂວງກ່າວຕື່ມວ່າ: ໃນຕໍ່ໜ້ານີ້ ທຸກພາກສ່ວນໃນສັງຄົມຕ້ອງເພື່ມທະວີ ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ລະບຽບກົດໝາຍ ແລະ ມະຕິຄຳສັ່ງຂອງພັກ-ລັດ ຖະບານ ກ່ຽວກັບບັນຫາຢາເສບຕິດໃຫ້ກວ້າງຂວາງ ແລະ ເລິກເຊີ່ງ. ສຳລັບປີນີ້ ເຈົ້າໜ້າທີ່ໆກ່ຽວຂ້ອງກໍໄດ້ເອົາໃຈໃສ່ກວດກາ, ຍຶດ, ຈັບກຸມຜູ້ລັກລອບຄ້າຢາເສບຕິດໄດ້ຈຳນວນ 157 ລາຍ, ຈັບຜູ້ຖືກຫາໄດ້ 263 ຄົນ, ຍິງ 27 ຄົນ, ຍືດຂອງກາງໄດ້ຄື: ປະເພດຢາບ້າ 104.196 ແມັດ, ເຮໂລອິນ 13 ແທ່ງ, ຝຸ່ນສີອອນ 17,35 ກຼາມ, ຢາຝິ່ນ 1 ກິໂລກວ່າ, ຢາໄອ 18,08 ກຼາມ, ລົດໃຫຍ່ 7 ຄັນ, ລົດຈັກ 52 ຄັນ ແລະ ອາວຸດຈຳນວນໜື່ງ. ສົ່ງໃຫ້ໄອຍາການຕັດສິນໄດ້ທັງໝົດ 58 ເລື່ອງ, ພ້ອມທັງ ລົງໂທດຜູ້ກະທຳຜິດຕາມກົດໝາຍ.  ສຳລັບຢາເສບຕິດທີສານໄດ້ຕັດສິນ ແລະ ສັ່ງໃຫ້ທຳລາຍໃນຄັ້ງນີ້ປະກອບມີ ເຮໂຣອິນ 9.044 ກຼາມ, ຢາບ້າ 360.860 ເມັດ ແລະ ຢາໄອ 3,6 ກຼາມ. 


ຂ່າວ/ພາບ:  ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.