Header Ads

ຜູ້ປ່ວຍຫອບຫືດ 400,000 ຄົນ ທີ່ ອິນເດຍ ເຊື່ອວ່າການກິນປາຊາດີນແບບເປັນໆ ຊ່ວຍໃຫ້ຫາຍຂາດຈາກພະຍາດຫອບຫືດ



ປະຊາຊົນປະມານ 400,000 ຄົນເດີນທາງໄປ ເມືອງໃນໄຮເດີລາ ທີ່ມີສະແດງສິນຄ້າພື້ນເມືອງ ເຊິ່ງໜຶ່ງໃນນັ້ນແມ່ນໄປກິນປາຊາດີນເປັນໆ  ປະສົມກັບຢາສະຫມຸນໄພສີເຫຼືອງ ດ້ວຍຄວາມຫວັງວ່າການປິ່ນປົວພະຍາດແບບດັ້ງເດິມນີ້ຊ່ວຍໃຫ້ຫາຍຂາດຈາກພະຍາຫອບຫືດໄດ້. 


ຄອບຄົວຂອງ ນາງ ບາທິນີ ກຸດ ໃຊ້ສູດລັບນີ້ໃນການປິ່ນປົວຜູ້ຄົນແບບບໍ່ເສຍຄ່າມາແລ້ວເກືອບ 170 ກວ່າປີ ໂດຍອ້າງວ່ານັກບວດ ຫິນດູ ເປັນຜູ້ມອບສູດລັບນີ້ໃຫ້ພວກເຂົາຕັ້ງແຕ່ປີ 1845.  


ຢ່າງໃດກໍຕາມ, ການປິ່ນປົວແບບນີ້ກໍຍັງມີຂໍ້ສົງໄສຂອງແພດໜໍ ໃນເລື່ອງສຸຂະອານາໄມ, ຫຼັກການປິ່ນປົວທີ່ຖືກຕ້ອງ ແລະ ປະສິດທິພາບໃນການປິ່ນປົວ ແຕ່ນັ້ນກໍ່ບໍ່ສາມາດຢຸດຜູ້ຄົນເຖິງ 400,000  ຄົນທີ່ແຫ່ແຫນໄປປິ່ນປົວດ້ວຍວິທີນີ້. 


ພາບຝູງຊົນທີ່ເຂົ້າແຖວບໍຖ້າປິ່ນປົວ


ທີ່ມາ: AsiaOne 
© ໂຕະນໍ້າຊາ | tonamcha.com  
___________



Powered by Blogger.