Header Ads

ຊຽງຂວາງ ໄດ້ຮັບການຊ່ວຍເຫລືອ ດ້ານການສຶກສາ ຈາກ ສ.ເກົາຫລີ



ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ​ໄດ້​ຮັບ​ການສະໜັບສະໜູນຊ່ວຍ​ເຫລືອ ຈາກອົງການຊຳດົງສາກົນ (Samdong International) ປະຈຳ ສ. ເກົາຫລີ ໃນການຈັດຕັ້ງປະຕິບັດ ໂຄງການພັດທະນາ ສະພາບແວດລ້ອມການສຶກສາ ແລະ ກິລາ ​ເຊິ່ງຈະໄດ້ດຳເນີນກິດຈະກຳ ຢູ່ 2 ເມືອງ ຄື: ໂຮງຮຽນປະຖົມສົມບູນ, ໂຮງຮຽນມັດທະຍົມສຶກສາ ບ້ານສາຍລົມ ເມືອງແປກ ແລະ ໂຮງຮຽນມັດທະຍົມສົມບູນລ້ອງປິວ ເມືອງຄຳ ​ໃນ​ມູນ​ຄ່າ 400.000 ໂດລາສະຫະລັດ.

ສຳລັບໄລຍະດຳເນີນໂຄງການນີ້ແມ່ນ 5 ປີ (2017-2022) ​ເຊິ່ງກິດຈະກຳຫຼັກຂອງໂຄງການ ດັ່ງກ່າວນີ້ ແມ່ນປັບປຸງບັນດາໂຮງຮຽນ ເປົ້າໝາຍທັງ​ສາມ​ແຫ່ງ ເພື່ອເຮັດໃຫ້ສະພາບ ແວດລ້ອມການສຶກສາ ແລະ ກິລາ ໄດ້ຮັບການພັດທະນາດີຂື້ນ, ທັງສະໜອງຫລັກສູດ ການສຶກສາຕ່າງປະເທດເຊັ່ນ: ພາສາອັງກິດ, ເກົາຫລີ, ຄອມພີວເຕີ ແລະ ອື່ນໆ ໂດຍການຮັບຮອງ ຈາກກະຊວງສຶກສາທິການ ແລະ ກິລາ. ນອກ​ນີ້ ຍັງ​ຈະ​ມີ​ການຕິດຕັ້ງການຮຽນເອເລັກໂທຣນິກ ຢູ່ໂຮງຮຽນຂອງລັດ ແລະ ບັນດາຫ້ອງການຂອງຂະແໜງສຶກສາ ຢູ່ແຂວງຊຽງຂວາງ, ສະໜອງທຶນການສຶກສາໃຫ້ເດັກນ້ອຍ ທີ່ທຸກຍາກຈຳເປັນ ບາງຄອບຄົວ, ໃຫ້ທຶນການສຶກສາ ສຳລັບນັກຮຽນລາວ ທີ່ຮຽນຢູ່ປະເທດ ສ. ເກົາຫລີ, ພັດທະນາສວນຄົວຂອງໂຮງຮຽນ ແລະ ສົ່ງເສີມການປູກການລ້ຽງ, ພັດທະນາວຽກງານກິລາ-ສິລະປະ ໃຫ້ໂຮງຮຽນ, ຝຶກອົບຮົມ ໃຫ້ຄູບາງວິຊາ ທີ່ເຫັນວ່າມີຄວາມຈຳເປັນ, ຕອບສະໜອງການສຶກສາ ຄວາມຮູ້ພື້ນຖານ ແລະ ບໍລິການສຸຂະພາບໃຫ້ໂຮງຮຽນ ແລະ ຊຸມຊົນ.

ພິທີເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ​ໄດ້​ມີ​ຂຶ້ນໃນວັນທີ 14 ມິຖຸນາ 2017 ນີ້ ຢູ່ແຂວງຊຽງຂວາງ ລະຫ່ວາງ ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ແລະ ທ່ານນາງ ຈັງຊຸກຮີ (Ms: Jung Sook Hee) ປະທານອົງການຊຳດົງ ສາກົນປະຈຳ ສ. ເກົາຫລີ ໂດຍຊ້ອງໜ້າຜູ້ແທນທັງສອງຝ່າຍ.    


ຂ່າວ: ບຸນມີ ແສງທຸມມີ/ຂປລ  
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.