Header Ads

ການນຳກະຊວງ ການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມ ອຳລາ ຜູ້ຕາງໜ້າ ອົງການອຸຍນິເຊັບ ປະຈຳ ສປປ ລາວ



ໃນວັນທີ 22 ມິຖຸນາ 2017 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດລັດຖະມົນຕີ ກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບອຳລາຂອງ ທ່ານ ນາງ ຫົງເວ ກາວ (Hongwei GAO), ຜູ້ຕາງໜ້າ ອົງການອຸຍນິເຊັບ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງ ທ່ານ ນາງ ຫົງເວ ກາວ ຕະຫລອດໄລຍະເວລາ ທີ່ມາປະຕິບັດໜ້າທີ່ ເປັນຜູ້ຕາງໜ້າ ອົງການອຸຍນິເຊັບຢູ່ ສປປ ລາວ ໂດຍສະເພາະ ການຈັດຕັ້ງ ປະຕິບັດ ແຜນງານການຮ່ວມມື ຂອງອົງການອຸຍນິເຊັບ ກັບລັດຖະບານ ສປປ ລາວ, ເຊິ່ງແຜນງານດັ່ງກ່າວ ແມ່ນສອດຄ່ອງກັບ ແນວທາງນະໂຍບາຍ ແລະ ບູລິມະສິດການພັດ ທະນາ ຂອງປະເທດລາວ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ ດີຂຶ້ນເທື່ອລະກ້າວ. ທ່ານ ຍັງສະແດງຄວາມຂອບໃຈ ມາຍັງອົງການອຸຍນິເຊັບ ຕໍ່ການຊ່ວຍເຫລືອດັ່ງກ່າວ​ ແລະ ຫວັງວ່າ ໃນຕໍ່ໜ້າອົງການອຸຍນິເຊັບ ຈະສືບຕໍ່ເພີ່ມທະວີ ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ຕື່ມອີກ ເພື່ອປະກອບສ່ວນເຂົ້າໃນ ການບັນລຸເປົ້າໝາຍ ການພັດທະນາ ກໍຄື ເຮັດໃຫ້ ສປປ ລາວ ສາມາດຫລຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ.

ທ່ານ ນາງ ຫົງເວ ກາວ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ທີ່ອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄວາມຮູ້ບຸນຄຸນ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ເອົາໃຈໃສ່ ໃຫ້ການຮ່ວມມື ສະໜັບສະໜູນ ການປະຕິບັດໜ້າທີ່ ຕະຫລອດໄລຍະ ທີ່ມາຮັບໜ້າທີ່ຢູ່ ສປປ ລາວ ແລະ ຖືເປັນກຽດຢ່າງສູງ ທີ່ຕົນໄດ້ຮັບຫລຽນກາ ມິດຕະພາບ ຈາກລັດຖະບານ ແຫ່ງ ສປປ ລາວ, ເຊິ່ງເປັນການຢັ້ງຢືນເຖິງ ຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊັບ ໃນຕະຫລອດໄລຍະທີ່ຜ່ານມາ ຊຶ່ງໄດ້ຮັບຜົນສຳເລັດ ໃນຫລາຍດ້ານ.

 ຕອນທ້າຍ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ກໍໄດ້ອວຍພອນໄຊໃຫ້ ທ່ານ ນາງ ຫົງເວ ກາວ ຈົ່ງມີສຸຂະພາບແຂງແຮງ ແລະ ມີຜົນສຳເລັດ ໃນການປະຕິບັດໜ້າທີ່ໃໝ່ ຢູ່ ສຳນັກງານໃຫຍ່ອົງການອຸຍນິເຊັບ ທີ່ນິວຢອກ.


ໃນຕອນບ່າຍ ຂອງມື້ດຽວກັນ, ກໍໄດ້ມີພິທີປະດັບຫລຽນກາ ມິດຕະພາບໃຫ້ແກ່ ທ່ານ ນາງ ຫົງເວ ກາວ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນ ໜ້າທີ່ວຽກງານການ ຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອົງການອຸຍນິເຊັບ ແລະ ລັດຖະບານ ສປປ ລາວ ໄດ້ຮັບຜົນສຳເລັດ ເປັນຢ່າງດີ ໃນໄລຍະຜ່ານມາ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເປັນກຽດປະດັບ ຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຫົງເວ ກາວ ໂດຍມີຄະນະກົມກ່ຽວຂ້ອງ ຈາກກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການ ທີ່ກ່ຽວຂ້ອງ, ມີຜູ້ຮັກສາການ ຜູ້ປະສານງານອົງການ ສປຊ, ທ່ານຮອງຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ແລະ ທີມງານຂອງອົງການອຸຍນິເຊັບ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາຂປລ 
© ໂຕະນໍ້າຊາ | tonamcha.com  

___________


Powered by Blogger.